ຂ່າວສານ

ຫວຽດນາມ ມອບເຄື່ອງອຸປະກອນການແພດ ແລະ ຜ້າອັດປາກ-ອັດດັງໃຫ້ບາງປະເທດ

ມອບເຄື່ອງອຸປະກອນການແພດຈຳນວນໜຶ່ງໃຫ້ສະມາຄົມມິດຕະພາບລາວ - ຫວຽດນາມ.


ພິທີມອບເຄື່ອງອຸປະກອນການແພດໃຫ້ແກ່ທ່ານເອກອັກຄະລັດຖະທູດອິນເດຍ ປະຈຳຫວຽດນາມ

(ພາບ: TTXVN)


ວັນທີ 21 ເມສາ, ຢູ່ຮ່າໂນ້ຍ, ທ່ານພົນຕີ ເຈືອງວັນທົງ, ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງຕຳຫຼວດຫວຽດນາມ, ໄດ້ມອບຜ້າອັດປາກ-ອັດດັງ ຈຳນວນ 70.000 ອັນໃຫ້ແກ່ບັນດາອົງການປ້ອງກັນຄວາມສະຫງົບ, ອົງການປະຕິບັດກົດໝາຍຂອງສະຫະພັນລັດເຊຍ ຜ່ານສະຖານທູດສະຫະພັນລັດເຊຍ ປະຈຳຫວຽດນາມ. ໂດຍສະແດງຄວາມຂອບໃຈຕໍ່ເຄື່ອງຊ່ວຍເຫຼືອຂອງກະຊວງຕຳຫຼວດຫວຽດນາມ, ທ່ານເອກອັກຄະລັດຖະທູດລັດເຊຍ ປະຈຳຫວຽດນາມ Konstantin Vnukov ຢືນຢັນວ່າ, ຈຳນວນຜ້າອັດປາກ-ອັດດັງດັ່ງກ່າວ ຈະປະກອບສ່ວນໜູນຊ່ວຍພະນັກງານບັນດາອົງການຂອງລັດເຊຍ ໃນການສະກັດກັ້ນໂລກລະບາດໂຄວິດ- 19.

ແລະກໍ່ໃນວັນດຽວກັນ, ທ່ານ ຫງວຽນແມ້ງຮຸ່ງ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ, ປະທານສະມາຄົມມິດຕະພາບຫວຽດນາມ - ອິນເດຍ  ກໍ່ໄດ້ມອບຜ້າອັດປາກ-ອັດດັງ 100.000 ອັນໃຫ້ແກ່ທ່ານ Pranay Verma, ເອກອັກຄະລັດຖະທູດອິນເດຍ ປະຈຳຫວຽດນາມ.

ແລະກໍ່ໃນວັນດຽວກັນ, ຜ່ານສະຖານທູດລາວ ປະຈຳຫວຽດນາມ ທ່ານ ຫງວຽນແມ້ງຮຸ່ງ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ, ຮອງ ປະທານສູນກາງສະມາຄົມມິດຕະພາບຫວຽດນາມ -ລາວ ກໍ່ໄດ້ມອບເຄື່ອງອຸປະກອນການແພດຈຳນວນໜຶ່ງໃຫ້ສະມາຄົມມິດຕະພາບລາວ - ຫວຽດນາມ, ເພື່ອແນໃສ່ປະກອບສ່ວນໜູນ ຊ່ວຍບັນດາແພດໝໍລາວ ພວມເຂົ້າຮ່ວມວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໂດຍກົງ. ບັນດາເຄື່ອງອຸປະກອນລວມມີ: ຊຸດປ້ອງກັນເຊື້ອພະຍາດ 500 ຊຸດ; ຜ້າອັດປາກ-ອັດດັງ 18,500 ອັນ.

 (ແຫຼ່ງຄັດຈາກ VOV)


top