ຂ່າວສານ

ຫວຽດນາມ ມອບເຂົ້າສານ 5.000 ໂຕນໃຫ້ ກູບາ

ວັນທີ 14 ກັນຍາ, ທີ່ສຳນັກງານກະຊວງການຄ້າຕ່າງປະເທດ ແລະ ລົງທຶນຕ່າງປະເທດ ກູບາ (Mincex), ໄດ້ດຳເນີນພິທີມອບ-ຮັບຂອບຂວັນສັນຍາລັກເຂົ້າສານດ້ວຍປະລິມານ 5.000 ໂຕນ ຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມອບໃຫ້ປະຊາຊົນ ກູບາ.

ພິທີມອບ-ຮັບຂອບຂວັນສັນຍາລັກເຂົ້າສານ (ພາບ: TTXVN )

ເມື່ອແລກປ່ຽນກ່ອນທີ່ດຳເນີນພິທີມອບ-ຮັບ, ທ່ານ ໂດຫວຽດດຶກ ຫົວໜ້າກົມໃຫຍ່ຄັງສະສົມແຫ່ງຊາດ ຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອໄດ້ໄປຢ້ຽມຢາມ ກູບາ ຖືກກັບໂອກາດທີ່ 2 ປະເທດພວມສະເຫຼີມສະຫຼອງ 45 ປີແຫ່ງການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງຜູ້ນຳປະຕິວັດ ກູບາ Fidel Castro, ແມ່ນຂີດໝາຍແຫ່ງການຊ່ວຍເຫຼືອທາງດ້ານວັດຖຸ ແລະ ຈິດໃຈອັນລ້ຳຄ່າ ເຊິ່ງປະຊາຊົນ ກູບາ ອ້າຍນ້ອງ ໄດ້ສະຫງວນໃຫ້ປະຊາຊົນ ຫວຽດນາມ.

ສ່ວນທ່ານ Antonio Carricarte ໄດ້ຂອບໃຈຂອງຂວັນດັ່ງກ່າວ, ກໍ່ຄືເລື່ອງ ຫວຽດນາມ ໜູນຊ່ວຍ ກູບາ ເພີ່ມທະວີກຳລັງຄວາມສາມາດໃນການຜະລິດເຂົ້າ, ປັດຈຸບັນໄດ້ກາຍເປັນທັນຍາຫານຈຳເປັນທີ່ສຸດໃນການດຳລົງຊີວິດປະຈຳວັນຂອງປະເທດເກາະແຫ່ງນີ້. ອີງໃສ່ການພົວພັນສັດຊື່ບໍລິສຸດລະຫວ່າງ 2 ຊາດ ແລະ ຄວາມຕ້ອງການພັດທະນາຢູ່ແຕ່ລະປະເທດຄືໃນປະຈຸບັນ, ທ່ານ Carricarte ເຊື່ອໝັ້ນວ່າ ຄວາມສາມາດບົ່ມຊ້ອນເປີດກ້ວາງການພົວພັນຮ່ວມມືລະອຽດລະຫວ່າງ 2 ປະເທດ, ພິເສດແມ່ນໃນຂົງເຂດລົງທຶນ, ການຄ້າ ແລະ ການແລກປ່ຽນການບໍລິການ.

(ແຫຼ່ງຄັດຈາກ VOV)



top