ຂ່າວສານ

ຫວຽດນາມ ມອບອຸປະກອນການແພດໃຫ້ ມຽນມາ

      ຝ່າຍ ມຽນມາ ຕີລາຄາສູງ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງລັດຖະບານ ຫວຽດນາມ ທີ່ໄດ້ໜູນຊ່ວຍ ມຽນມາ ຢ່າງທັນການໃນເວລາປະສົບກັບຄວາມຫຍຸ້ງຍາກຍ້ອນຂາດເຂີນອຸປະກອນການແພດ.

ທ່ານ ລີ໊ກວ໊ກຕ໊ວນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມຽນມາ ໄດ້ມອບອຸປະກອນການແພດ ໃຫ້ແກ່ມຽນມາ
(ພາບ: ສະຖານທູດຫວຽດນາມ ປະຈຳ ມຽນມາ)
      ໃນວັນທີ 15 ຕຸລາ, ທີ່ສະໜາມບິນສາກົນ ຢາງກຸງ ຂອງ ມຽນມາ, ທ່ານ ລີ໊ກວ໊ກຕ໊ວນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມຽນມາ ໄດ້ມອບອຸປະກອນການແພດຂອງ ລັດຖະບານ ຫວຽດນາມ ໜູນຊ່ວຍ ມຽນມາ. ຈຳນວນອຸປະກອນນີ້ລວມມີຜ້າອັດປາກ 325.000 ອັນ, ມີມູນຄ່າ 20.000 USD ໄດ້ມອບໃຫ້ທ່ານສາດສະດາຈານ Zaw Than Htun ຂຶ້ນກັບ ກະຊວງສາທາລະນະສຸກ ແລະ ກິລາ ມຽນມາ ເພື່ອປະກອບສ່ວນໜູນຊ່ວຍລັດຖະບານ ມຽນມາ ຮັບມືກັບການແຜ່ລະບາດຮອບ 2 ຂອງໂລກລະບາດໂຄວິດ-19.
            ຝ່າຍ ມຽນມາ ຕີລາຄາສູງ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງລັດຖະບານ ຫວຽດນາມ ທີ່ໄດ້ໜູນຊ່ວຍ ມຽນມາ ຢ່າງທັນການໃນເວລາປະສົບກັບຄວາມຫຍຸ້ງຍາກຍ້ອນຂາດເຂີນອຸປະກອນການແພດ.
            ນອກຈາກນັ້ນ, ໃນວັນທີ 14 ຕຸລາ, ທ່ານ ຈຸກົງຟູ່ງ, ເອກອັກຄະລັດຖະທູດ, ຫົວໜ້າສະມາຄົມມິດຕະພາບ ຫວຽດນາມ - ມຽນມາ ກໍ່ໄດ້ມອບ 540.750.000 ດົ່ງ ອຸປະກອນການແພດ ແລະ ເງິນຈຳນວນໃຫ້ສະຖານທູດ ມຽນມາ ປະຈຳ ຮ່າໂນ້ຍ
(ແຫຼ່ງຄັດຈາກ VOV)


top