ຂ່າວສານ

ຫວຽດນາມ ພ້ອມແລ້ວທີ່ຈະເຊື່ອມໂຍງ ແລະ ຮ່ວມມືກັບ ອີຢິບ ພັດທະນາ

ການຮ່ວມມືດ້ານການຄ້າ ແລະ ການລົງທຶນ 2 ຝ່າຍຈະໄດ້ຮັບການຊຸກຍູ້ກວ່າອີກ ບໍ່ພຽງແຕ່ມີທາງດ້ານດຸນການຄ້າເທົ່ານັ້ນ ຫາກຍັງເພີ່ມມູນຄ່າ, ມຸ່ງໄປເຖິງວົງເງິນການຄ້າບັນລຸ 1 ຕື້ USD ອີກດ້ວຍ.
(ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອີຢິບ  ເຈິ່ນແທ່ງກົງ)

“ຫວຽດນາມ ພ້ອມແລ້ວທີ່ຈະເຊື່ອມໂຍງ, ຮ່ວມມືກັບ ອີຢິບ ແລະ ບັນດາປະເທດຕາເວັນອອກກາງ, ອາຟະລິກາ ພັດທະນາ”. ນັ້ນແມ່ນຄຳຢືນຢັນຂອງທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອີຢິບ  ເຈິ່ນແທ່ງກົງ ໃນລາຍການກະຈາຍສຽງສົດທາງວິທະຍຸກະຈາຍສຽງແຫ່ງຊາດ ອີຢິບ ໃນວັນທີ 09 ກັນຍາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນຊາດຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2021) ແລະ 58 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ 2 ຝ່າຍ (01 ກັນຍາ 1963 – 01 ກັນຍາ 2021). ມາດບົ່ມຊ້ອນຫຼາຍຢ່າງ ເພື່ອຊຸກຍູ້ການຮ່ວມມື ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນ ບົນພື້ນຖານບັນດາຂໍ້ຕົກລົງທີ່ໄດ້ລົງນາມແລ້ວ. ແນ່ນອນວ່າ, ການຮ່ວມມືດ້ານການຄ້າ ແລະ ການລົງທຶນ 2 ຝ່າຍຈະໄດ້ຮັບການຊຸກຍູ້ກວ່າອີກ ບໍ່ພຽງແຕ່ມີທາງດ້ານດຸນການຄ້າເທົ່ານັ້ນ ຫາກຍັງເພີ່ມມູນຄ່າ, ມຸ່ງໄປເຖິງວົງເງິນການຄ້າບັນລຸ 1 ຕື້ USD ອີກດ້ວຍ. ໃນການຮ່ວມມື 2 ຝ່າຍ, ທ່ານເອກອັກຄະລັດຖະທູດ ເຈິ່ນແທ່ງກົງ ຖືວ່າ, ການແລກປ່ຽນທາງດ້ານວັດທະນະທຳ, ຂໍ້ມູນຂ່າວສານ, ການຮ່ວມມືລະຫວ່າງວິທະຍຸກະຈາຍສຽງ, ໂທລະພາບຂອງ 2 ປະເທດ ໄດ້ສວມບົດບາດແມ່ນຂົວເຊື່ອມຕໍ່ຕັ້ງໜ້າ, ສຳຄັນເພື່ອຜ່ານນັ້ນຊ່ວຍໃຫ້ວິສາຫະກິດ, ປະຊາຊົນ 2 ປະເທດມີຄວາມເຂົ້າໃຈກັນກວ່າ.
(ແຫຼ່ງຄັດຈາກ VOV)

top