ຂ່າວສານ

ຫວຽດນາມ ພ້ອມແລ້ວຈະຕັ້ງໜ້າເຂົ້າຮ່ວມວິວັດການດ້ານການທູດ ແລະ ໃນການສ້າງຕັ້ງ, ຟື້ນຟູຄືນໃໝ່ຢູ່ ຢູແກຼນ

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ເນັ້ນໜັກເຖິງບຸລິມະສິດສຳຄັນແຖວໜ້າໃນປະຈຸບັນແມ່ນ ຢຸດຕິສົງຄາມ, ຟື້ນຟູສັນຕິພາບ, ປົກປ້ອງຄວາມໝັ້ນຄົງ, ຄວາມປອດໄພຂອງປະຊາຊົນ.

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ເນັ້ນໜັກເຖິງບຸລິມະສິດສຳຄັນແຖວໜ້າໃນປະຈຸບັນແມ່ນ ຢຸດຕິສົງຄາມ, ຟື້ນຟູສັນຕິພາບ, ປົກປ້ອງຄວາມໝັ້ນຄົງ, ຄວາມປອດໄພຂອງປະຊາຊົນ.

  ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ (ພາບ: TTXVN)  

ວັນທີ 14 ພະຈິກ, ຢູ່ ນິວຢອກ, ອາເມລິກາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ສືບຕໍ່ຈັດວາລະປະຊຸມດ່ວນຄັ້ງທີ 11 ເພື່ອປຶກສາຫາລືກ່ຽວກັບສະພາບການ ຢູແກຼນ ແລະ ພິຈາລະນາຮ່າງມະຕິກ່ຽວກັບເລື່ອງຊຸກຍູ້ບັນດາມາດຕະການເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງ ແລະ ຄ່າຊົດເຊີຍໃຫ້ແກ່ ຢູແກຼນ. ທີ່ວາລະປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ເນັ້ນໜັກເຖິງບຸລິມະສິດສຳຄັນແຖວໜ້າໃນປະຈຸບັນແມ່ນ ຢຸດຕິສົງຄາມ, ຟື້ນຟູສັນຕິພາບ, ປົກປ້ອງຄວາມໝັ້ນຄົງ, ຄວາມປອດໄພຂອງປະຊາຊົນ ແລະ ບັນດາພື້ນຖານໂຄງລ່າງພົນລະເມືອງ. ພ້ອມກັນນັ້ນ, ບັນດາຝ່າຍຄວນຢືດໝັ້ນຊຸກຍູ້ການໂອ້ລົມສົນທະນາ, ເຈລະຈາເພື່ອຊອກຫາມາດຕະການແກ້ໄຂໂດຍສັນຕິວິທີຍາວນານໃຫ້ແກ່ບັນດາຄວາມບໍ່ລົງລອຍກັນ ບົນພື້ນຖານສອດຄ່ອງ ແລະ ເຄົາລົບກົດໝາຍສາກົນ.

ທ່ານເອກອັກຄະລັດຖະທູດແບ່ງປັນວ່າ ຫວຽດນາມ ມີຄວາມຮັບຮູ້ຢ່າງເລິກເຊິ່ງຄວາມສຳຄັນຂອງເລື່ອງແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ເພື່ອສ້າງສາປະເທດຂຶ້ນໃໝ່. ທ່ານກໍຢືນຢັນວ່າ ຫວຽດນາມ ພ້ອມແລ້ວຈະຕັ້ງໜ້າປະກອບສ່ວນໃຫ້ແກ່ວິວັດທະນາການທາງການທູດ ແລະ ໃນການສ້າງຕັ້ງ, ຟື້ນຟູຢູ່ ຢູແກຼນ ຄືນໃໝ່.


top