ຂ່າວສານ

ຫວຽດນາມ ພ້ອມກັບບັນດາປະເທດ ອາຊຽນ ຊຸກຍູ້ມາດຕະການແກ້ໄຂສັນຕິພາບ ແລະ ຍືນຍົງໃຫ້ແກ່ບັນຫາ ມຽນມາ

ທຸກມາດຕະການແກ້ໄຂສຳລັບສະພາບການຂອງ ມຽນມາ ຕ້ອງໄດ້ຮັບປະກັນການເຄົາລົບຄວາມເປັນເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ສິດຕັດສິນດ້ວຍຕົນເອງຂອງປະຊາຊົນ ມຽນມາ.
(ທ່ານອັກຄະລັດຖະທູດ ຫງວຽນຮ່ວາງງວຽນ, ຮອງຫົວໜ້າຄະນະປະຈຳຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ)

ວັນທີ 29 ພຶດສະພາ, ສະຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມຕາມຮູບແບບ Arria (ກອງປະຊຸມບໍ່ເປັນທາງການ ເພື່ອປຶກສາຫາລືບັນດາບັນຫາສຳຄັນ ຫຼື ເມື່ອມີສະພາບການປ່ຽນແປງໃໝ່) ກ່ຽວກັບສະພາບການຢູ່ ມຽນມາ. ກອງປະຊຸມໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າຫຼາຍປະເທດສະມາຊິກຂອງສະຫະປະຊາຊາດ, ໃນນັ້ນ, ມີ 15 ປະເທດສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ 10 ປະເທດ ອາຊຽນ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານອັກຄະລັດຖະທູດ ຫງວຽນຮ່ວາງງວຽນ, ຮອງຫົວໜ້າຄະນະປະຈຳຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ເນັ້ນໜັກວ່າ, ທຸກມາດຕະການແກ້ໄຂສຳລັບສະພາບການຂອງ ມຽນມາ ຕ້ອງໄດ້ຮັບປະກັນການເຄົາລົບຄວາມເປັນເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ສິດຕັດສິນດ້ວຍຕົນເອງຂອງປະຊາຊົນ ມຽນມາ; ໃນນັ້ນ, ບຸລິມະສິດແຖວໜ້າໃນປະຈຸບັນແມ່ນຊຸກຍູ້ໃຫ້ທຸກໆຝ່າຍທີ່ກ່ຽວຂ້ອງ ຕ້ອງຢຸດຍິງໃນທົ່ວປະເທດ ແລະ ສະກັດກັ້ນວິນາດສະກຳມະນຸດສະທຳ. ຜູ້ຕາງໜ້າ ຫວຽດນາມ ເນັ້ນໜັກວ່າ, ອາຊຽນ ຕ້ອງສືບຕໍ່ສວມບົດບາດເປັນໃຈກາງ, ໄປພ້ອມກັບຄວາມມານະພະຍາຍາມໃນການປະກອບສ່ວນຂອງແຕ່ລະປະເທດ, ໃນນັ້ນມີ ຫວຽດນາມ ແລະ ສະຫະປະຊາຊາດ ຕ້ອງໜູນຊ່ວຍ ອາຊຽນ ໃນວິວັດການດັ່ງກ່າວ ເພື່ອບັນລຸໄດ້ພື້ນຖານສັນຕິພາບແບບຍືນຍົງໃຫ້ແກ່ປະຊາຊົນ ມຽນມາ.


top