ຂ່າວສານ

ຫວຽດນາມ ພ້ອມກັບ ອາຊຽນ ປຶກສາຫາລືການແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜນດິນໄຫວຢູ່ ມຽນມາ ແລະ ໄທ

ຫວຽດນາມ ຈະຮຽງບ່າຮຽງໄຫຼ່ພ້ອມກັບ ມຽນມາ ແລະ ໄທ ເພື່ອຜ່ານຜ່າຄວາມຫຍຸ້ງຍາກໃນປະຈຸບັນ.
ກອງປະຊຸມດ່ວນທາງໄກ (ພາບ: ກະຊວງການຕ່າງປະເທດ)

ຕອນເຊົ້າວັນທີ 30 ມີນາ, ຕາມການສະເໜີຂອງ ມາເລເຊຍ, ປະເທດປະທານ ອາຊຽນ 2025, ລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ໄດ້ຈັດກອງປະຊຸມດ່ວນທາງໄກ ເພື່ອປຶກສາຫາລືກ່ຽວກັບວຽກງານແກ້ໄຂຜົນຮ້າຍຢ້ອນຫຼວງຈາກເຫດແຜນດິນໄຫວທີ່ເກີດຂຶ້ນໃນວັນທີ 28 ມີນາ ຢູ່ ມຽນມາ ແລະ ໄທ.

     ທີ່ກອງປະຊຸມ, ໂດຍໄດ້ຮັບມອບສິດຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ, ທ່ານຮອງລັດຖະມົນຕີການຕ່າປະເທດ ໂດ້ຮຸ່ງຫວຽດ ຢືນຢັນວ່າ, ຫວຽດນາມ ຈະຮຽງບ່າຮຽງໄຫຼ່ພ້ອມກັບ ມຽນມາ ແລະ ໄທ ເພື່ອຜ່ານຜ່າຄວາມຫຍຸ້ງຍາກໃນປະຈຸບັນ. ທ່ານກໍ່ຮຽກຮ້ອງໃຫ້ທຸກຝ່າຍຢູ່ ມຽນມາ ມີຄວາມຮັບຜິດຊອບໃນການຮັບປະກັນວຽກງານອຸປະຖຳມະນຸດສະທຳໄດ້ດຳເນີນໄປດ້ວຍຄວາມປອດໄພ, ບໍ່ຖືກກີດຂວາງ ແລະ ເຂົ້າເຖິງປະຊາຊົນຜູ້ຖືກຜົນສະທ້ອນໄດ້.

    ທ່ານເນັ້ນໜັກວ່າ, ປະຊາຄົມ ອາຊຽນ, ຕ້ອງຢືນຢັນບົດບາດເປັນໃຈກາງໃນການປະສານງານບັນດາຄວາມມານະພະຍາຍາມ ພິເສດແມ່ນເມື່ອເກີດຄວາມຫຍຸ້ງຍາກ, ສິ່ງທ້າທາຍ.


top