ຂ່າວສານ

ຫວຽດນາມ ພິສູດໃຫ້ເຫັນບົດບາດປະທານ ອາຊຽນ ເປັນເຈົ້າການ ແລະ ເຕັມໄປດ້ວຍຄວາມຮັບຜິດຊອບ

      ວັນທີ 24 ມິຖຸນາ, ເວັບໄຊ rsis.edu.sg ຂອງສິງກະໂປ ໄດ້ມີບົດຂຽນໂດຍໃຫ້ຂໍ້ສັງເກດກ່ຽວກັບບົດບາດຂອງ ຫວຽດນາມ ໃນການຊຸກຍູ້ ອາຊຽນ ໃຫ້ມີຄວາມສະໜິດຕິດພັນ ແລະ ເປັນເຈົ້າການຮັບມື. 

ກອງປະຊຸມສະພາວັດທະນະທຳ - ສັງຄົມ ອາຊຽນ ຄັ້ງທີ 23 . ພາບ: TTXVN
      ຕາມບົດຂຽນແລ້ວ, ຫົວເລື່ອງ ອາຊຽນ ປີນີ້ແມ່ນ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”, ຫວຽດນາມ ພວມແກ້ໄຂສິ່ງທ້າທາຍຢ່າງມີປະສິດທິຜົນ ເມື່ອດຳລົງຕຳແໜ່ງເປັນປະທານ ອາຊຽນ 2020. ເວັບໄຊ rsis.edu.sg ໃຫ້ຮູ້ວ່າ: ວັນທີ 26 ມິຖຸນາ, ຫວຽດນາມ ເປັນຄັ້ງທຳອິດທີ່ຈັດຕັ້ງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ດ້ວຍຮູບການທາງອອນລາຍ, ໃນສະພາບການໂລກລະບາດໂຄວິດ-19 ແມ່ນໜຶ່ງໃນບັນດາສິ່ງທ້າທາຍຕົ້ນຕໍຂອງ ອາຊຽນ. ຫວຽດນາມ ຕ້ອງນຳໜ້າເພື່ອຂົນຂວາຍ ອາຊຽນ ມຸ່ງໄປເຖິງຍຸດທະສາດລວມ ເພື່ອຮັບມືກັບໂລກລະບາດໂຄວິດ-19.
        ບົດຂຽນຊີ້ແຈ້ງວ່າ ດ້ວຍຫົວຂໍ້ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”, ດ້ວຍບົດບາດເປັນປະທານ ອາຊຽນ, ຫວຽດນາມ ພວມມານະພະຍາຍາມປັບປຸງຄວາມສາມັກຄີ ແລະ ເປັນເອກະພາບຂອງ ອາຊຽນ, ຊຸກຍູ້ ແລະ ພັດທະນາກຳລັງຄວາມສາມາດໃນການກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງກຸ່ມ ໃນການຮັບມືກັບບັນດາວິກິດການ ແລະ ສິ່ງທ້າທາຍລວມ ເປັນຕົ້ນແມ່ນພະຍາດໂຄວິດ-19.
 (ແຫຼ່ງຄັດຈາກ VOV)
 


top