ຂ່າວສານ

ຫວຽດນາມ ພວມຍາດຢ່າງກາລະໂອກາດຈາກສັນຍາ EVFTA ໄດ້ເປັນຢ່າງດີ

      ທີ່ການຖະແຫຼງຂ່າວເຊິ່ງໄດ້ດຳເນີນໃນຕອນບ່າຍວັນທີ 16 ຕຸລາ, ກະຊວງອຸດສາຫະກໍາ ແລະ  ການຄ້າ ຫວຽດນາມ ຢັ້ງຢືນວ່າ ດ້ວຍຄວາມມານະພະຍາຍາມຂອງບັນດາວິສາຫະກິດ, ຂະແໜງສິນຄ້າ ແລະ ການຂຸດຄົ້ນຕະຫຼາດເອີຣົບ ໃນໄລໄຍະຜ່ານມາ, ໂດຍສະເພາະແມ່ນພາຍຫຼັງ 2 ເດືອນ ທີ່ສັນຍາ EVFTA ມີຜົນສັກສິດ ໄດ້ສະແດງໃຫ້ເຫັນບັນດາສັນຍານຕັ້ງໜ້າຈາກຕະຫຼາດແຫ່ງນີ້. 

(ພາບປະກອບ: congthuong.vn)
      ໃນສະພາບການໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນ, ການເຄືື່ອນໄຫວສົ່ງອອກສິນຄ້າຂອງຫວຽດນາມ ຍັງຄົງຮັກສາລະດັບການເຕີບໂຕທາງບວກ, ໃນນັ້ນ, ວົງເງິນນຳເຂົ້າ - ສົ່ງອອກໃນ 9 ເດືອນຕົ້ນປີ ບັນລຸ 389 ຕື້ USD ເພີ່ມຂຶ້ນ 4,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໂດ໊ແທັງຫ໋າຍ ໃຫ້ຮູ້ວ່າ:
        “ສັນຍາ EVFTA ພວມໄດ້ຮັບການປະຕິບັດຢ່າງຕັ້ງໜ້າ ແລະ ໃນເບື້ອງຕົ້ນໄດ້ສະແດງໃຫ້ເຫັນໝາກຜົນທີ່ເປັນໜ້າປະເອີບໃຈພໍສົມຄວນ. ສິນຄ້າສົ່ງອອກຂອງ ຫວຽດນາມ ຫຼາຍປະເພດໄດ້ມີການເໜັງຕີງຢ່າງຕັ້ງໜ້າຢູ່ຕະຫຼາດ ອີຢູ ພາຍຫຼັງສັນຍາ EVFTA ມີຜົນສັກສິດມາໄດ້ເກືອບ 2 ເດືອນ. ນອກຈາກຜະລິດຕະພັນສິນໃນນ້ຳແລ້ວ, ເຂົ້າສານຂອງຫວຽດນາມ ທີ່ສົ່ງອອກໄປຍັງ ເອີຣົບ ກໍມີບັນດາສັນຍານທີ່ເປັນໜ້າຊື່ນຊົມ ຍ້ອນລາຄາ ໄດ້ເພີ່ມຂຶ້ນເມື່ອທຽບໃສ່ໄລຍະກ່ອນ ຍັງບໍ່ທັນມີສັນຍາ EVFTA.”
(ແຫຼ່ງຄັດຈາກ VOV)


top