ສິລະປະ

ຫວຽດນາມ ຜ່ານຮູບແຕ້ມຈາກເມັດເຂົ້າ

ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ ຢາກ​ສ້າງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ສິ​ລະ​ປະ​ ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ ທີ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ງາມ​ຂອງ​ບ້ານ​ເກີດ​ເມືອງ​ນອນ, ທ່ານນາງ ຫງວຽນ​ທິ​ເວິນ (ເມືອງ ຊອກເຊີນ, ຮ່າ​ໂນ້ຍ) ໄດ້​ຮ່ຳ​ຮຽນ,
ເຖິງ​ວ່າ​ບໍ່​ເຄີຍ​ຜ່ານໂຮງຮຽນ​ວິຈິດສິນ ກໍ່ຕາມ, ​ແຕ່​ທ່ານ​ນາງ ຫງວຽນ​ທິເວິນ (ເກີດ​ເມືອ​ປີ 1978) ຍາມ​ໃດ​ກໍ່​ມີ​ຄວາມ​ໃຜ່ຝັນໃນ​ ການ​ແຕ້ມ​ຮູບ​ທີ່​ເຮັດ​ດ້ວຍ​ວັດຖຸ​ທຳ​ມະ​ຊາດ​ຄື: ເປືອກ​ໄຂ່, ໃບ​ໄມ້, ຂີ້ຊາຍ. ປີ 2015, ທ່ານນາງ​ ເວິນ ​ໄດ້​ສ້າງຮູບ​ແຕ້ມ​ຈາກເມັດ​ເຂົ້າ ແຜ່ນທຳ​ອິດ​ຂອງ​ຕົນ-ເປັນ​ໂຕໜັງສື ຈີນ  ເຕິມ” ໃຫ້​ແກ່ໂຮງ​ຮຽນ​ອະ​ນຸ​ບານ ​ຟູ່​ໂລ (ຕາ​ແສງ ຟູ່​ໂລ, ເມືອງ​ຊອກ​ເຊີນ), ບ່ອນ​ທີ່​ເພິ່ນໄດ້​ປະ​ມູນ​ທຶນເພື່ອ​ການ​ກຸ​ສົນ. ຮູບແຕ້ມ ໄດ້ຫຼາຍຄົນມັກ ເຊິ່ງກາຍເປັນແຮງບັນດານໃຈ ກະຕຸ້ນຄວາມຢາກ ສ້າງສັນຂອງເພິ່ນ. ຫຼັງ​ຈາກ​ນັ້ນ, ທ່ານນາງ ເວິນ ໄດ້​ຜະລິດ​ເພີ່ມ​ເຕີມອີກຫຼາຍຜະລິດຕະພັນເພື່ອມອບໃຫ້ແກ່ ຄົນໃກ້ຊິດ. ​ເມື່ອ​ເຫັນ​ພາບ​ແຕ້ມ​ຈາກເມັດເຂົ້າ​ທີ່​ສວຍ​ງາມ ​ແລະ ​ເປັນ​ເອກະລັກ​ສະ​ເພາະ, ຫຼາຍ​ຄົນ​ໄດ້​ຊຸກຍູ້​ໃຫ້​ທ່ານນາງ ເ​ວິນ​ ສ້າງ​ຜະລິດ​ຕະພັນ​ການ​ຄ້າ. ເມື່ອປີ 2016, ທ່ານນາງ ເວິນ ແລະ ສາມີ ໄດ້ເປີດໂຮງງານຜະລິດ ແລະ ໄດ້ນຳເອົາ ຜະລິດ ຕະພັນຮູບແຕ້ມຈາກເມັດເຂົ້າ ອອກສູ່ຕະຫຼາດຢ່າງເປັນທາງການ.



                                             ເມັດເຂົ້າທີ່ຂົ້ວແລ້ວຈະແບ່ງອອກເປັນແຕ່ລະປະເພດ.



ເຂົ້າໄດ້ຂົ້ວ ແລະ ປຸງແຕ່ງເປັນຫຼາຍສີທີ່ແຕກຕ່າງກັນເພື່ອສ້າງພື້ນທີ່ຊ້ໍາ ແລະ ສົດໃສສໍາລັບຮູບ.

ເພື່ອ​ໄດ້​ຮູບ, ທ່ານນາງ ​ເວິນ ​ຈະ​ແຕ້ມ​ຮູບ​ດ້ວຍ​ໄມ້​ຕາມ​ຫົວ​ຂໍ້​ທີ່​ນາງ​ຢາກ​ເຮັດ. 


ຮູບ​ແຕ້ມ​ຈາກເມັດເຂົ້າຈະໄດ້ນຳໃຊ້ວັດສະດຸກາວເພື່ອຕິດເຂົ້າກັນເພື່ອໃຫ້ເຂົ້າກັນໄດ້.

ຫຼັງຈາກສ້າງລວດລາຍຢ່າງລະະອຽດແລ້ວ, ຜູ້ຜະລິດຈະແປງເຂົ້າໄດ້ເທົ່າທຽມກັນ.


ທ່ານ​ນາງ ເວິນ ​ແນະນຳ​ໃຫ້​ເພື່ອນຮ່ວມມງານຂອງຕົນມີ​ຄວາມ​ລະອຽດລະອໍ ແລະ ລະມັດລະວັງ​ໃນ​ການ​ແຕ້ມ​ຮູບ.

ການເຮັດຮູບແຕ້ມຈາກເມັດເຂົ້າຕ້ອງມີຄວາມລະມັດລະວັງ, ລະອຽດອ່ອນໃນທຸກລາຍລະອຽດ.


ພາຍຫຼັງ​ສຳ​ເລັດ​ແລ້ວ, ຮູບແຕ້ມຈາກເມັດ​ເຂົ້າ​ຈະ​ຖືກ​ທາສີເຫຼື້ອມ​ເພື່ອ​ສ້າງ​ຄວາມ​ງາມ ກໍ່ຄືຮັກສາ. 


ທ່ານ​ນາງ ​ເວິນ​ ໃຫ້ຮູ້ວ່າ ​ປະ​ເພດ​ເມັດເຂົ້າ​ທີ່​ໃຊ້​ໃນ​ການ​ແຕ້ມ​ຮູບ​ແມ່ນ​ເຂົ້າ​​ທີ່​ມີ​ເມັດ​ອ່ອນ, ຍາວ ​ແລະ ເຕັມ. ດ້ວຍ​ປະສົບ​ການ​ທີ່ມີໃນ​ການ​ຂົ້ວເຂົ້າມາເປັນຫຼາຍເທື່ອ, ທ່ານນາງ ເວິນ ​ໄດ້​ປະດິດອອກມາເຂົ້າຫຼາຍຊະນິດ​ທີ່​ມີ​ສີສັນ​ແຕກຕ່າງ​ກັນ. ສີຂອງເມັດເຂົ້າ ແມ່ນຂຶ້ນກັບຄວາມໝາຍ ຂອງ ຮູບແຕ້ມ. ເມັດເຂົ້າທີ່ຂົ້ວ ຊຸດໜຶ່ງ ໄວທີ່ສຸດແມ່ນ 30 ນາທີ ຈະເຮັດໃຫ້ເມັດເຂົ້າ ມີສີ ຂາວອອກເຫຼືອງ ແລະ ເພື່ອໃຫ້ມີສີນ້ຳຕານເຂັ້ມ, ເມັດເຂົ້າ ຕ້ອງຂົ້ວ ໃຊ້ເວລາປະມານ 5 6 ຊົ່ວໂມງ.

ທ່ານນາງ ເວິນ ໃຫ້ຮູ້ວ່າ: ຂ້າ​ພະ​ເຈົ້າ​ຢາກ​ປະ​ກອບ​ສ່ວນ​ໂຄ​ສະ​ນາ​ພາບ​ພົດ ແລະ ຄວາມ​ສວນງາມ ​ດ້ານ​ວັດ​ທະ​ນະ​ທຳ ຂອງ ​ຫວຽດ​ນາມ ເວົ້າ​ລວມ, ໂດຍສະເພາະແມ່ນ ຮ່າ​ໂນ້ຍ, ພິເສດ ແມ່ນ​ຮູບ​ແຕ້ມຈາກເມັດເຂົ້າ​ ຂອງ ​ຂ້າ​ພະ​ເຈົ້າ​ ມີຫຼາຍຄົນ​ຊື້​ເປັນ​ຂອງ​ ຂວັນ​ໃຫ້ກັບຊາວຕ່າງ​ປະ​ເທດ”.

ເພື່ອ​ສ້າງ​ຮູບ​, ທ່ານນາງ ​ເວິນ​ ໄດ້​ສະ​ແດງ​ເນື້ອ​ໃນ ​ຢູ່​ເທິງ​ກະ​ ດານ​ໄມ້, ​ແລ້ວ​ນຳ​ກາວ​ ມາ​ຈັດ​ລຽງເມັດເຂົ້າ ແຕ່ລະເມັດ​ຕາມ​ຄວາມ​ຄິດຂອງຕົນ. ຂຶ້ນກັບຫົວຂໍ້, ເພິ່ນຈະເລືອກ ສີເຂົ້າ ແລ້ວ ວາງເຂົ້າແຕ່ລະເມັດ ເຂົ້າລົງໃນຮູບ ດ້ວຍຄວາມອົດທົນແລະ ລະມັດລະວັງ ເພື່ອໃຫ້ຮູບແຕ້ມມີຈິດວິນຍານ, ຄວາມເລິກ, ສະແດງໃຫ້ເຫັນແນວຄວາມຄິດ. ຫຼັງຈາກນັ້ນ, ຮູບແຕ້ມ ຈະນໍາ ໄປຕາກແດດໃຫ້ແຫ້ງ, ຂັດ ແລະ ເຄືອບດ້ວຍຢາຕ້ານ ແມງໄມ້ ເພື່ອຮັກສາ ໃນໄລຍະຍາວ. ຕາມປົກກະຕິ ເພື່ອຜະ ລິດໄດ້ຮູບແຕ້ມແຜ່ນໜ່ຶງ ເພິ່ນຕ້ອງໃຊ້ເວລາປະມານ 1 ມື້ເຖິງ 3 ມື້, ຂຶ້ນກັບເນື້ອໃນ ແລະ ຂະໜາດຂອງຮູບ.

ປັດຈຸ​ບັນ, ​ໂຮງງານຜະລິດ​ຮູບແຕ້ມ ຈາກເມັດ​ເຂົ້າ ​ຂອງ​ ເພິ່ນ ​ໄດ້​ຜະລິດ​ຮູບ​ແຕ້ມ ​ຂະໜາດ​ໃຫຍ່ ​ແລະ ນ້ອຍ​ແຕ່ 170 ຫາ 200 ​ແຜ່ນຕໍ່ເດືອນ, ສ່ວນຫຼາຍຈະມີຫົວ​ຂໍ້​ກ່ຽວກັບ ທັດສະນີຍະພາບ ຂອງ​ບ້ານ​ເກີດ​ເມືອງ​ນອນ​ຄື: ທົ່ງນາ, ຕົ້ນ​ກ້ວຍ, ນ້ຳສ້າງ ຫຼື ສະຖານ​ທີ່​ມີ​ຊື່​ສຽງ​ຂອງ ຮ່າ​ໂນ້ຍ ​ເຊັ່ນ: ໜອງ​ເງືອມ, ວັນໝ໊ຽວ-ກວັກຕື້ຢາມ, ວັດ ເສົາດຽວ ຫຼື ​ຮູບ​ແຕ້ມມີຕົວໜັງສື ຟຸກ, ລົກ, ເຖາະ, ຕ໋າຍ, ເຕີມ, ດຶກ ແລະ ອື່ນໆ.

ຮູບ​ແຕ້ມດ້ວຍ​ເມັດເຂົ້າ ຈຳນວນໜຶ່ງ ​ມີ​ຫົວ​ຂໍ້​ກ່ຽວ​ກັບ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ ແລະ ຜູ້ຄົນ ຫວຽດ​ນາມ:














 


top