ຂ່າວສານ

ຫວຽດນາມ: ຜູ້ຕິດເຊື້ອໂຄວິດ-19 ຄົນທີ 25 ເສຍຊີວິດ

      ຫວຽດນາ ໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ຕືຶ່ມອີກ 7 ຄົນ.

ພາບປະກອບ/ nld.com.vn
      ຕອນເຊົ້າວັນທີ 18 ສິງຫາ, ພາກສ່ວນປະຈຳການພິເສດຕ້ານໂລກລະບາດໂຄວິດ-19 ຂອງກະຊວງສາທາລະນະສຸກ ຫວຽດນາມ ຢູ່ນະຄອນ ດ່າໜັງ ໄດ້ໃຫ້ຮູ້ວ່າ ມີຜູ້ຕິດເຊື້ອໂຄວິດ-19  ອີກ 1 ຄົນເສຍຊີວິດ. ນີ້ແມ່ນຜູ້ຕິດເຊື້ອເສຍຊີວິດຄົນທີ 25 ນັບແຕ່ເມື່ອໂລກລະບາດໂຄວິດ-19 ແຜ່ລະບາດຢູ່ ຫວຽດນາມ.
        ແລະ ກໍ່ໃນວັນດຽວກັນ, ຫວຽດນາມ ໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ຕືຶ່ມອີກ 13 ຄົນ ລວມຜູ້ຕິດເຊື້ອໂຄວິດ-19 ສະສົມຢູ່ ຫວຽດນາມ ເປັນ 989 ຄົນ ໃນນັ້ນ ມີ 519 ຄົນໄດ້ຮັບການປິ່ນປົວຫາຍດີ.
(ແຫຼ່ງຄັດຈາກ VOV)


top