ຂ່າວສານ

ຫວຽດນາມ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາໃຫ້ແກ່ຊາວປະມົງ

      ກົມກົງສຸນ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ພົວພົນຕິດຕໍ່ກັບທ່ານເອກອັກຄະລັດຖະທູດ ມາເລເຊຍ ປະຈໍາ ຮ່າໂນ້ຍ ແລະ ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບເຫດການທີ່ຮ້າຍແຮງຄັ້ງນີ້.

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ  (ພາບ: nhandan.com)
      ຕອນບ່າຍວັນທີ 17 ສິງຫາ, ເມື່ອຕອບຄໍາຖາມເພື່ອຢັ້ງຢືນຕໍ່ຂ່າວຄາວທີ່ໄດ້ເອົາລົງໃນສື່ມວນຊົນຕ່າງປະເທດກ່ຽວກັບເລື່ອງອົງການປະຕິບັດກົດໝາຍຢູ່ທະເລຂອງ ມາເລເຊຍ ໄລ່ຈັບກໍ່າປັ່ນຫາປາ ຫວຽດນາມ ແລະ ເຮັດໃຫ້ຊາວປະມົງຫວຽດນາມ 01 ຄົນເສຍຊີວິດ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມການຊີ້ນໍາຂອງກະຊວງການຕ່າງປະເທດຫວຽດນາມ, ພາຍຫຼັງໄດ້ຮັບຂ່າວຄາວດັ່ງກ່າວ, ສະຖານທູດຫວຽດນາມ ປະຈໍາ ມາເລເຊຍ ໄດ້ຕິດຕໍ່ກັບບັນດາອົງການມີໜ້າທີ່ຂອງ ມາເລເຊຍ ໂດຍດ່ວນເພື່ອຢັ້ງຢືນ ແລະ ເຮັດແຈ້ງເຫດການດັ່ງກ່າວ. ຕາມຂໍ້ມູນໃນເບື້ອງຕົ້ນຈາກຝ່າຍ ມາເລເຊຍ ແລ້ວ, ວັນທີ 16 ສິງຫາ, ຢູ່ເຂດທະເລນອກຝ່ັງ ຢູ່ລັດ Kelantan ປະເທດ ມາເລເຊຍ ໄດ້ເກີດການປະທະກັນລະຫວ່າງອົງການປະຕິບັດກົດໝາຍຢູ່ທະເລຂອງ ມາເລເຊຍ ແລະ ກໍ່າປັ່ນຫາປາ ຂອງຫວຽດນາມ 2 ລໍາ ແລະ ເຮັດໃຫ້ຊາວປະມົງຫວຽດນາມ 01 ຄົນເສຍຊີວິດ. ປັດຈຸບັນ, ຝ່າຍມາເລເຊຍ ພວມກັກຕົວ ກໍ່າປັ່ນຫາປາສອງລໍາດັ່ງກ່າວ ພ້ອມດ້ວຍຊາວປະມົງທີ່ຍັງເຫຼືອ ດ້ວຍຄໍາກ່າວຫາວ່າ ໄປຈັບຫາປາຢ່າງຜິດກົດໝາຍຢູ່ເຂດທະເລຂອງ ມາເລເຊຍ.
        ກົມກົງສຸນ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ພົວພົນຕິດຕໍ່ກັບທ່ານເອກອັກຄະລັດຖະທູດ ມາເລເຊຍ ປະຈໍາ ຮ່າໂນ້ຍ ແລະ ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບເຫດການທີ່ຮ້າຍແຮງຄັ້ງນີ້, ພ້ອມທັງຮຽກຮ້ອງໃຫ້ຝ່າຍ ມາເລເຊຍ ຢັ້ງຢືນ, ສືບສວນເຮັດແຈ້ງເຫດການດັ່ງກ່າວ, ລົງວິໄນຕໍ່ພະນັກງານທີ່ເຮັດໃຫ້ຊາວປະມົງຫວຽດນາມ ເສຍຊີວິດຢ່າງເຂັ້ມງວດ ແລະ ຈົ່ງມີການປະພຶດຢ່າງມະນຸດສະທໍາກັບຊາວປະມົງ, ກໍ່າປັ່ນຫາປາຫວຽດນາມ. ພ້ອມກັນນັ້ນ, ກະຊວງການຕ່າງປະເທດຫວຽດນາມ ກໍໄດ້ສົມທົບກັບບັນດາອົງການພາຍໃນປະເທດຢັ້ງຢືນປະຫວັດສ່ວນຕົວຂອງບັນດາຊາວປະມົງ ແລະ ຊອກຮູ້ຂໍ້ມູນເພີ່ມເຕີມກ່ຽວກັບເຫດການດັ່ງກ່າວ ເພື່ອມີພະຍານຫຼັກຖານຕໍ່ສູ້ກັບບັນດາການກະທໍາຜິດ ແລະ ດໍາເນີນບັນດາມາດຕະການປົກປ້ອງພົນລະເມືອງ, ປົກປ້ອງສິດ, ຜົນປະໂຫຍດອັນຊອບທໍາຂອງຊາວປະມົງຫວຽດນາມ.
(ແຫຼ່ງຄັດຈາກ VOV)


top