ຂ່າວສານ

ຫວຽດນາມ ປົກປ້ອງພົນລະເມືອງຢູ່ ອາເມລິກາ ຕໍ່ໂລກລະບາດໂຄວິດ-19

      ຕໍ່ໜ້າສະພາບການໂລກລະບາດໂຄວິດ-19 ພວມຜັນແປຢ່າງສັບສົນຢູ່ ອາເມລິກາ ນັ້ນ, ວັນທີ 10 ເມສາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຮ່າກິມງອັກ ໄດ້ເຂົ້າຮ່ວມລາຍການສົນທະນາທາງອອນລາຍລະຫວ່າງບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ອາເມລິກາ ກັບສະມາຄົມຊາວໜຸ່ມ, ນັກສຶກສາ ຫວຽດນາມ ປະຈຳ ອາເມລິກາ ກ່ຽວກັບສະພາບການໂລກລະບາດໂຄວິດ-19 ແລະ ບັນດາມາດຕະການໜູນຊ່ວຍພົນລະເມືອງ ແລະ ນັກສຶກສາ ຫວຽດນາມ ຢູ່ ອາເມລິກາ.

ຫວຽດນາມ ປົກປ້ອງພົນລະເມືອງຢູ່ ອາເມລິກາ ຕໍ່ໂລກລະບາດໂຄວິດ-19 (ພາບ: TTXVN)
      ທີ່ການສົນທະນາ, ບັນດາຜູ້ແທນໄດ້ແບ່ງປັນກ່ຽວກັບສະພາບການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ-19, ສົ່ງຜົນກະທົບຢ່າງໃຫຍ່ຫລວງເຖິງທຸກດ້ານຂອງຊີວິດການເປັນຢູ່ ແລະ ນັກສຶກສາແມ່ນກຸ່ມເປົ້າໝາຍຖືກຜົນສະທ້ອນຫລາຍທີ່ສຸດ. ມາຮອດປັດຈຸບັນ, ອຳນາດການປົກຄອງ ອາເມລິກາ ບໍ່ມີນະໂຍບາຍບັງຄັບພົນລະເມືອງ ຫຼື ນັກສຶກສາຕ່າງປະເທດຕ້ອງອອກຈາກ ອາເມລິກາ.
        ບັນດາທີ່ຫາງສຽງມີຄວາມສົນໃຈ, ນັ້ນແມ່ນເລື່ອງຜັນຂະຫຍາຍບັນດາຖ້ຽວບິນການຄ້າ ເພື່ອນຳສົ່ງພົນລະເມືອງ, ນັກສຶກສາ ຫວຽດນາມ ກັບເມືອປະເທດ, ທ່ານເອກອັກຄະລັດຖະທູດ ຮ່າກິມງອັກ ໃຫ້ຮູ້ວ່າ: ປັດຈຸບັນ, ລັດຖະບານໄດ້ມອບໃຫ້ບັນດາອົງການທີ່ກ່ຽວຂ້ອງ ຄົ້ນຄວ້າບັນດາວິທີການ ບົນພື້ນຖານຮັບປະກັນໃຫ້ເໝາະສົມກັບກຳລັງຄວາມສາມາດການແຍກຕົວຢູ່ພາຍໃນປະເທດ, ການປິ່ນປົວຄົນເຈັບ ແລະ ການຜັນແປຄວບຄຸມໂລກລະບາດໂຄວິດ-19 ຢູ່ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)


top