ຂ່າວສານ

ຫວຽດນາມ ປີ 2020: ປະຕິບັດການປ້ອງກັນ, ຕ້ານໂລກລະບາດ ແລະ ພັດທະນາເສດຖະກິດ ສຳເລັດຜົນ

      ປີ 2020, ຫວຽດນາມ ໄດ້ກາຍເປັນ 1 ໃນຈຳນວນໜ້ອຍປະເທດ ທີ່ປະຕິບັດການປ້ອງກັນ, ຕ້ານໂລກລະບາດ ແລະ ພັດທະນາເສດຖະກິດ ສຳເລັດຜົນ. ນີ້ແມ່ນຂີດໝາຍທີ່ພົ້ນເດັ່ນທີ່ສຸດ, ຊື່ງສະແດງໃຫ້ເຫັນການບໍລິຫານເສດຖະກິດ ສັງຄົມ ຂອງລັດຖະບານຫວຽດນາມ ຢ່າງມີໄຫວພິບ ແລະ ບັນລຸປະສິດທິຜົນ ຕໍ່ໜ້າການຜັນແປຢ່າງກະທັນຫັນ ຂອງສະພາບການໂລກ, ອັນໄດ້ຍົກສູງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊາຊົນທີ່ມີຕໍ່ພັກ, ລັດ.

(ພາບປະກອບ:  baochinhphu.vn)      
      ຈຸດພົ້ນເດັ່ນກ່ວາໝູ່ໃນປີ 2020 ຂອງຫວຽດນາມ, ນັ້ນແມ່ນ ສ້າງເສດຖະກິດ ສັງຄົມປະເທດຊາດໃຫ້ເປັນປົກກະຕິ ໃນສະພາບການເກີດໂລກລະບາດ, ທັງຮັກສາການເຕີບໂຕເປັນບວກ, ຍົກສູງຄວາມໄວ້ເນື້ອເຊື່ອໃຈ ຂອງປະຊາຊົນທີ່ມີຕໍ່ພັກ, ລັດ. ລະດັບການເຕີບໂຕເສດຖະກິດທັງປີຂອງທົ່ວປະເທດ ຄາດວ່າບັນລຸກ່ວາ 2%, ຊື່ງແມ່ນລະດັບການເຕີບໂຕທີ່ຕັ້ງໜ້າ ເມື່ອທຽບກັບຫຼາຍປະເທດໃນໂລກ ແລະ ພາກພື້ນ.
ເຂົ້າໃຈຄວາມສາມາດຂອງຕົນ, ບໍ່ເຕີບໂຕດ້ວຍທຸກວິທີ
  ໃນປີ 2020,  ເມື່ອໂລກລະບາດໂຄວິດ 19 ເກີດຂຶ້ນ, ຫວຽດນາມ ໄດ້ຮັບມືຢ່າງໄວວາ ດ້ວຍບັນດາລັດຖະນະໂຍບາຍທີ່ຖືກຕ້ອງ: ທັງຕ້ານໂລກລະບາດ, ທັງພັດທະນາເສດຖະກິດ. ລັດຖະບານໄດ້ດັດປັບບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດຢ່າງທັນການ, ສອດຄ່ອງກັບສະພາບການ. ທ່ານຮອງສາດສະດາຈານ, ດຣ ຮ່ວາງວັນເກື່ອງ, ກຳມະການ ຄະນະກຳມາທິການການເງິນ ງົບປະມານ ຂອງສະພາແຫ່ງຊາດ ກ່ວາວ່າ:
   ກ່ອນອື່ນໝົດ, ຫວຽດນາມ ມີວິທີແກ້ໄຂຢ່າງມີໄຫວພິບ, ບັນລຸປະສິດທິຜົນທີ່ສຸດ. ເມື່ອໂລກລະລາດເກີດຂຶ້ນ, ລັດຖະບານມີແຜນນະໂຍບາຍວ່າ ຕ້ອງເສຍສະຫຼະດ້ານເສດຖະກິດ ເພື່ອຮັກສາຊີວິດອິນຊີ, ຄວາມປອດໄພຂອງປະຊາຊົນ, ສຸມໃສ່ບັ້ນຮົບທີ່ບໍ່ເຄີຍມີມາກ່ອນ. ຫວຽດນາມ ໄດ້ປິດປະຕູໂດຍໄວ, ຍອມເສຍສະຫຼະຜົນປະໂຫຍດເສດຖະກິດ.

ທ່ານເລຂາທິການໃຫ່ຍ, ປະທານປະເທດຫງວຽນຝູຈ້ອງ ກ່າວຄຳເຫັນອັດກອງປະຊຸມຄັ້ງທີ 13 ຄະນະບໍລິຫານງານສູນກາງພັກຊຸດທີ 12 (ພາບ: dangcongsan.vn)
          ໂດຍແມ່ນ 1 ໃນບັນດາປະເທດ ທີ່ມີໄພຄວາມສ່ຽງສູງໃນເບື້ອງຕົ້ນ, ການຄວບຄຸມໂລກລະບາດເປັນຢ່າງດີ ໄດ້ຊ່ວຍໃຫ້ຫວຽດນາມ  ກາຍເປັນປະເທດທີ່ປະສົບຜົນສຳເລັດໃນໂລກ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ. ຈາກຜົນສຳເລັດນີ້, ຫວຽດນາມ ໄດ້ກັບຄືນສູ່ການພັດທະນາເສດຖະກິດ, ຮັກສາສະຖຽນລະພາບທາງສັງຄົມຢ່າງທັນການ. ຜົນສຳເລັດໃນການຕ້ານໂລກລະບາດ ໄດ້ຊ່ວຍບັນດາວິສາຫະກິດ ຫລຸດຜ່ອນສ່ວນໜຶ່ງ ບັນດາຜົນກະທົບທີ່ໜັກໜ່ວງໃນປີ 2020. ທ່ານ ຟ້າມດິ່ນດ່ວານ, ປະທານກຸ່ມບໍລິສັດ ຝູທາຍ, ຮອງປະທານສະພາສູນກາງບັນດາສະຫະສະມາຄົມວິສາຫະກິດຫວຽດນາມ ແບ່ງປັນວ່າ:
  ດ້ວຍການຄວບຄຸມ ຂອງລັດຖະບານໃນໄລຍະເກີດໂລກລະບາດ ເປັນຢ່າງດີທີ່ສຸດ, ຜົນສຳເລັດໃນປ້ອງກັນ, ຕ້ານໂລກລະບາດໂຄວິດ 19, ແມ່ນຂອງຂວັນທີ່ໃຫ່ຍຫຼວງ ສຳລັບບັນດາວິສາຫະກິດ. ຖ້າໂລກລະບາດໄດ້ແຜ່ຂະຫຍາຍອອກຄືຢູ່ຫຼາຍປະເທດຄືໃນປະຈຸບັນ, ບັນດາວິສາຫະກິດ ຈະປະສົບກັບຄວາມຫຍຸ້ງຍາກທົບຫຼາຍເທົ່າ.
ສຸມໃສ່ບັນດາປາຍແຫຼມຕົ້ນຕໍ
   ໃນສະພາບ 6 ເດືອນຕົ້ນປີ, ພື້ນຖານເສດຖະກິດຖືກຜົນກະທົບຢ່າງໃຍຫຼວງຈາກໂລກລະບາດໂຄວິດ 19, GDP ພຽງແຕ່ໄດ້ເພີ່ມຂຶ້ນແຕ່ 1,81% ເທົ່ານັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ສຸມໃສ່ຢ່າງຂ້ຽວຂາດໃນ 6 ເດືອນທ້າຍປີ, ດ້ວຍເລື່ອງຍູ້ແຮງການລົງທຶນ, ການສົ່ງອອກ ແລະ ການໃຊ້ສອຍ ເພື່ອໃຫ້ບັນລຸລະດັບການເຕີບໂຕສູງທີ່ສຸດ ທີ່ສາມາດເຮັດໄດ້ໃນປີນີ້. ໝາກຜົນຕົວຈິງໃນ 11 ເດືອນໃຫ້ເຫັນວ່າ, 3 ປາຍແຫຼມເພື່ອພັດທະນາການເຕີບໂຕ GDP ລ້ວນແຕ່ບັນລຸໝາກຜົນທີ່ດີ. ການລົງທຶນ ໃນນັ້ນຈຸດສຸມແມ່ນການລົງທຶນຂອງລັດ, ການປ່ອຍເງິນລົງທຶນໄດ້ເພີ່ມຂຶ້ນເກືອບທົບ 2 ເທົ່າເມື່ອທຽບກັບປີກາຍ. ບັນລຸໝາກຜົນການປ່ອຍເງິນສູງທີ່ບໍ່ເຄີຍມີມາກ່ອນໃນ 10 ປີມານີ້. ການສົ່ງອອກສິນຄ້າຄາດວ່າບັນລຸ 254,6 ຕື້ USD, ເພີ່ມຂຶ້ນ 5,3% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ກ່ຽວກັບການໃຊ້ສອຍ, ຍອດຈຳນວນຈໍລະຈອນສິນຄ້າຂາຍຍ່ອຍ ແລະ ລາຍຮັບການບໍລິການໃນເດືອນ ຕຸລາ ແລະ ພະຈິກໄດ້ເພີ່ມຂຶ້ນສູງ ຊື່ງໄດ້ຊ່ວຍເພີ່ມໝາກຜົນໃນ 11 ເດືອນຂຶ້ນເຖິງ 8,5% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
   ກ່າວຄຳເຫັນອັດກອງປະຊຸມຄັ້ງທີ 13 ຄະນະບໍລິຫານງານສູນກາງພັກຊຸດທີ 12, ທ່ານເລຂາທິການໃຫ່ຍ, ປະທານປະເທດຫງວຽນຝູຈ້ອງ ຖືວ່າ:
   ຫຼາຍແຜນນະໂຍບາຍ, ນະໂຍບາຍ, ມາດຕະການທີ່ຖືກຕ້ອງ ໄດ້ປະກາດໃຊ້ຢ່າງທັນການ ແລະ ຈັດຕັ້ງປະຕິບັດເປັນຢ່າງດີ ເພື່ອຮັກສາບັນດາການເຄື່ອນໄຫວທຳການຜະລິດ ດຳເນີນທຸລະກິດຢູ່ໃນລະດັບສູງທີ່ສຸດ, ສ້າງວຽກເຮັດງານທຳ, ລາຍຮັບໃຫ້ແກ່ຜູ້ອອກແຮງງານ, ໜູນຊ່ວຍປະຊາຊົນ ແລະ ບັນດາວິສາຫະກິດທີ່ໄດ້ຮັບຜົນກະທົບຈາກໂລກລະບາດ, ຮັບປະກັນຊີວິດການເປັນຢູ່ ແລະ ສະຫວັດດີການສັງຄົມ.
   ດ້ວຍບັນດາໝາກຜົນພິເສດ, ອາດເວົ້າໄດ້ວ່າ, ປີ 2020 ຖືກຖືວ່າ ແມ່ນປີ ປະສົບຜົນສຳເລັດທີ່ສຸດຂອງຫວຽດນາມ ໃນ 5 ປີຜ່ານມາ ກ່ຽວກັບດ້ານຈິດໃຈ ແລະ ເຈດຈຳນົງບືນຕົວຂຶ້ນ ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍທຸກປະການ. ລັດຖະບານ ແລະ ການນຳລັດຖະບານຫວຽດນາມ ໄດ້ຂະຫຍາຍຈິດໃຈເຂັ້ມແຂງ, ບຸກລຸກກຳລັງປະຊາຊົນ, ຮ່ວມແຮງຮ່ວມໃຈຮັບມືກັບບັນດາຜົນກະທົບທີ່ຫຍໍ້ທໍ້ ໂດຍສະພາບພາວະວິໄສນຳມາໃຫ້.
(ແຫຼ່ງຄັດຈາກ VOV)


top