ຂ່າວສານ

ຫວຽດນາມ ປາດຖະໜາຢາກຮ່ວມມືພັດທະນາດ້ານເສດຖະກິດທະເລກັບສະຫະພາບເອີລົບ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປາດຖະໜາວ່າ ສະຫະພາບ ເອີລົບ (ອີຢູ) ຮ່ວມມືກັບ ຫວຽດນາມ ໃນການພັດທະນາເສດຖະກິດທະເລ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປາດຖະໜາວ່າ ສະຫະພາບ ເອີລົບ (ອີຢູ) ຮ່ວມມືກັບ ຫວຽດນາມ ໃນການພັດທະນາເສດຖະກິດທະເລ.

  (ທີ່ການຕ້ອນຮັບ)  

 ຕອນເຊົ້າວັນທີ 28 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ຕ້ອນຮັບຂະຫຼວງໃຫຍ່ ເອີລົບ ກ່ຽວກັບສິ່ງແວດລ້ອມ, ມະຫາສະໝຸດ ແລະ ອາຊີບປະມົງ Virginijus Sinkevicius ພວມຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022 ໂດຍສະຫະສະມາຄົມວິສາຫະກິດເອີລົບ ປະຈຳ ຫວຽດນາມ (EuroCham Viet Nam) ຈັດຂຶ້ນ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປາດຖະໜາວ່າ ສະຫະພາບ ເອີລົບ (ອີຢູ) ຮ່ວມມືກັບ ຫວຽດນາມ ໃນການພັດທະນາເສດຖະກິດທະເລ, ລວມມີ: ການລ້ຽງປູກ, ຫາສິນໃນນ້ຳ; ການພັດທະນາ logistics; ການປົກປ້ອງແຫຼ່ງຜົນປະໂຫຍດຢູ່ທະເລ; ການຂຸດຄົ້ນແຫຼ່ງຜົນປະໂຫຍດຈາກທະເລ, ລວມມີ ພະລັງງານແສງຕາເວັນ, ພະລັງງານແຮງລົມ; ການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພທາງການບິນ ແລະ ການເດີນທະເລ.

ສ່ວນທ່ານ Virginijus Sinkevicius ຕີລາຄາສູງຄວາມມານະພະຍາຍາມ ແລະ ຄຳໝັ້ນສັນຍາຂອງ ຫວຽດນາມ ໃນການປະຕິບັດນະໂຍບາຍສີຂຽວ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ໃນນັ້ນ, ມີການກຳນົດທິດທາງມຸ່ງໄປເຖິງການຫຼຸດການປ່ອຍອາຍພິດເຮືອນແກ້ວລົງ 0 ໃນປີ 2050.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຕ້ອນຮັບທ່ານລັດຖະມົນຕີຮັບຜິດຊອບການຄ້າຕ່າງປະເທດ ແລະ ຮ່ວມມືພັດທະນາ ລາຊະອານາຈັກ ໂຮນລັງ Liesje Schreinemacher ພວມຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ 2022.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ, 2 ຝ່າຍຄວນສືບຕໍ່ຜັນຂະຫຍາຍບັນດາກົນໄກຮ່ວມມື 2 ຝ່າຍຢ່າງມີປະສິດທິຜົນ, ເພີ່ມທະວີການຮ່ວມມືຢ່າງແທດຈິງໃນຂອບເຂດຄູ່ຮ່ວມມືຍຸດທະສາດກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຄຸ້ມຄອງແຫຼ່ງນ້ຳ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ ໂຮນລັງ ສ້າງຄວາມສະດວກໃຫ້ແກ່ບັນດາສິນຄ້າເປັນທ່າແຮງຂອງ ຫວຽດນາມ, ຄື: ຜະລິດຕະພັນກະເສດ, ສິນໃນນ້ຳ, ໝາກໄມ້, ເຄື່ອງເອເລກໂຕນິກ… ໃຫ້ສຳພັດກັບຕະຫຼາດ ໂຮນລັງ ແລະ ເອີລົບ.


top