ຂ່າວສານ

ຫວຽດນາມ ປາດຖະໜາຢາກພັດທະນາການພົວພັນຄູ່ຮ່ວມມືຮອບດ້ານກັບ ອາເມລິກາ ໃຫ້ນັບມື້ນັບແທດຈິງ, ບັນລຸປະສິດທິຜົນ

ທ່ານປະທານປະເທດສະເໜີໃຫ້ລັດ Oregon ແບ່ງປັນບົດຮຽນ ແລະ ໜູນຊ່ວຍນັບທັງດ້ານເຕັກນິກ ແລະ ການເງິນ ເພື່ອຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນທຸກຂົງເຂດພັດທະນາແບບຍືນຍົງ.

ທ່ານປະທານປະເທດສະເໜີໃຫ້ລັດ Oregon ແບ່ງປັນບົດຮຽນ ແລະ ໜູນຊ່ວຍນັບທັງດ້ານເຕັກນິກ ແລະ ການເງິນ ເພື່ອຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນທຸກຂົງເຂດພັດທະນາແບບຍືນຍົງ.

  ທ່ານປະທານປະເທດ ຫງວຽນຊວັນຟຸກ ທ່ານນາງ Kate Brown, ຜູ້ວ່າການລັດ Oregon (ພາບ :TTXVN)  

ຕອນເຊົ້າວັນທີ 14 ພະຈິກ, ຢູ່ ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານນາງ Kate Brown, ຜູ້ວ່າການລັດ Oregon (ອາເມລິກາ) ທີ່ພວມຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ປາດຖະໜາຢາກພັດທະນາການພົວພັນຄູ່ຮ່ວມມືຮອບດ້ານກັບ ອາເມລິກາ ໃຫ້ນັບມື້ນັບແທດຈິງ, ບັນລຸປະສິດທິຜົນ, ມີສະຖຽນລະພາບ, ພ້ອມກັນມານະພະຍາຍາມມຸ່ງໄປເຖິງການຍົກລະດັບການພົວພັນລະຫວ່າງ 2 ປະເທດ.

ທ່ານປະທານປະເທດສະເໜີໃຫ້ລັດ Oregon ແບ່ງປັນບົດຮຽນ ແລະ ໜູນຊ່ວຍນັບທັງດ້ານເຕັກນິກ ແລະ ການເງິນ ເພື່ອຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນທຸກຂົງເຂດພັດທະນາແບບຍືນຍົງຄື: ການຜະລິດເຕັກໂນໂລຊີສີຂຽວ, ກະສິກຳເຕັກໂນໂລຊີສູງ, ການປົກປັກຮັກສາສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ…

ສ່ວນທ່ານນາງ Kate Brown, ໃຫ້ຮູ້ວ່າ ລັດ Oregon ຈະສືບຕໍ່ຍູ້ແຮງການຮ່ວມມືດ້ານການຄ້າ, ເສດຖະກິດກັບ ຫວຽດນາມ. ທ່ານນາງປາດຖະໜາຢາກຊຸກຍູ້ການຮ່ວມມືດ້ານການສຶກສາຢ່າງເລິກເຊິ່ງ, ກວ້າງຂວາງກວ່າ, ແລກປ່ຽນນັກສຶກສາ 2 ຝ່າຍ ເພື່ອມີນັກສຶກສາ ຫວຽດນາມ ໄປຮ່ຳຮຽນຢູ່ມະຫາວິທະຍາໄລ Portland ແລະ ນັກສຶກສາລັດ Oregon ມາຮ່ຳຮຽນຢູ່ ຫວຽດນາມ.


top