ຂ່າວສານ

ຫວຽດນາມ ປາດຖະໜາຢາກປະກອບສ່ວນໃຫ້ແກ່ອະນາຄົດຂອງ ອາຊີ ຫຼາຍກ່ວາອີກ

ຕາມທ່ານ ຟ້າມໂຕຮ້ຽວ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ແລ້ວ, ກອງປະຊຸມອະນາຄົດຂອງ ອາຊີ ແມ່ນກອງປະຊຸມສາກົນປະຈຳປີ ມີອິດທິພົນຊື່ສຽງແຖວໜ້າຢູ່ ອາຊີ...
ທ່ານ ຟ້າມໂຕຮ້ຽວ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ (ພາບ: TTXVN)
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລືວກວາງ ຈະເຂົ້າຮ່ວມກອງປະຊຸມອະນາຄົດຂອງ ອາຊີ ຄັ້ງທີ 28  ພ້ອມທັງ ຢ້ຽມຢາມ ແລະ ເຮັດວຽກຢູ່ ຍີ່ປຸ່ນ ແຕ່ວັນທີ 25 – 26 ພຶດສະພາ. ຕາມທ່ານ ຟ້າມໂຕຮ້ຽວ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ແລ້ວ, ກອງປະຊຸມອະນາຄົດຂອງ ອາຊີ ແມ່ນກອງປະຊຸມສາກົນປະຈຳປີ ມີອິດທິພົນຊື່ສຽງແຖວໜ້າຢູ່ ອາຊີ ຍ້ອນກຸ່ມບໍລິສັດ Nikkei (ຍີ່ປຸ່ນ) ຈັດຕັ້ງແຕ່ປີ 1995. ຫົວຂໍ້ຂອງກອງປະຊຸມປີນີ້ແມ່ນ “ຍົກລະດັບກຳລັງແຮງຂອງ ອາຊີ ໃນການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ”. ເລື່ອງ ຫວຽດນາມ ສົ່ງຄະນະຜູ້ແທນໂດຍທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ນຳໜ້າເຂົ້າຮ່ວມກອງປະຊຸມບໍ່ພຽງແຕ່ສະແດງຄວາມເອົາໃຈໃສ່ຢ່າງເລິກເຊິ່ງ ຂອງ ຫວຽດນາມ ຕໍ່ກອງປະຊຸມຄັ້ງນີ້ເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຄວາມສຳຄັນຂອງເວທີປາໄສອະນາຄົດ ອາຊີ ເວົ້າລວມໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ. ແມ່ນປະເທດສະມາຊິກມີຄວາມຮັບຜິດຊອບຂອງ ອາຊີ, ຫວຽດນາມ ປາດຖະໜາຢາກປະກອບສ່ວນເຂົ້າໃນອະນາຄົດຂອງ ອາຊີ, ທີ່ພວມເປັນຮູບປະທຳຢ່າງຈະແຈ້ງໃນລະບົບການເມືອງທົ່ວໂລກຫຼາຍກ່ວາອີກ.

top