ຂ່າວສານ

ຫວຽດນາມ ປາດຖະໜາຈະນຳໜ້າໃນການສ້າງຕັ້ງລັດຖະບານເອເລັກໂຕນິກ

      ການສ້າງຕັ້ງລັດຖະບານເອເລັກໂຕນິກມຸ່ງໄປສູ່ລັດຖະບານດີຈີຕອນ, ພື້ນຖານເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນເປັນບັນຫາທີ່ພວມໄດ້ຮັບຄວາມເອົາໃຈໃສ່ພິເສດຈາກລັດຖະບານ ຫວຽດນາມ.

ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ມາຍຕຽນຢູ້ງ
      ຫວຽດນາມ ປາດຖະໜາຈະນຳໜ້າໃນການສ້າງຕັ້ງລັດຖະບານເອເລັກໂຕນິກນີ້ແມ່ນຄຳຢັ້ງຢືນຂອງທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ມາຍຕຽນຢູ້ງ ທີ່ ການເຮັດວຽກກັບທ່ານຮອງລັດຖະມົນຕີກະຊວງພັດທະນາດີຈີຕອນ, ຂໍ້ມູນສື່ສານ ແລະ ສື່ມວນຊົນ ສະຫະພັນລັດເຊຍ Mamonov.
        ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ມາຍຕຽນຢູ້ງ ໃຫ້ຮູ້ວ່າ ການສ້າງຕັ້ງລັດຖະບານເອເລັກໂຕນິກມຸ່ງໄປສູ່ລັດຖະບານດີຈີຕອນ, ພື້ນຖານເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນເປັນບັນຫາທີ່ພວມໄດ້ຮັບຄວາມເອົາໃຈໃສ່ພິເສດຈາກລັດຖະບານ ຫວຽດນາມ. ດັ່ງນັ້ນ, ຫວຽດນາມ ຫວັງວ່າ ສະຫະພັນລັດເຊຍ ຈະຖ່າຍທອດເຕັກໂນໂລຢີໃນການສ້າງຕັ້ງປະຕູບໍລິການສາທາລະນະແຫ່ງຊາດ, ສູນຂໍ້ມູນປອດໄພ, ສ້າງຕົວເມືອງອັດສະລິຍະ, ຫຼື ພັດທະນາລະບົບເຊື່ອມຕໍ່ເອກະສານແຫ່ງຊາດທີ່ໝູນໃຊ້ເຕັກໂນໂລຢີ. ບັນດາບົດຮຽນໃນການສ້າງຕັ້ງລັດຖະບານເອເລັກໂຕນິກຂອງ ລັດເຊຍ ລ້ວມແຕ່ແມ່ນປະສົບການອັນປະເສີດສຳລັບ ຫວຽດນາມ.
            ສ່ວນ ທ່ານ Mamonov ໃຫ້ຮູ້ວ່າ ສະຫະພັນລັດເຊຍ ພ້ອມແລ້ວຈະແບ່ງປັ່ນບັນດາບົດຮຽນກັບ ຫວຽດນາມ. ເຕື້ອງເຖິງບາງວິທີການກ່ຽວກັບບັນດາໂຄງການຮ່ວມມືແບບຢ່າງ, ທ່ານ Mamonov ຫວັງວ່າ ຈະຍູ້ແຮງການຮ່ວມມືໃນຂົງເຂດກຝຶກອົບຮົມບຸກຄະລະກອນ, ຜູ້ຊ່ຽວຊານ ກ່ຽວກັບເຕັກໂນໂລຢີ ຂໍ້ມູນຂ່າວສານ, ຄວາມປອດໄພທາງອິນເຕີແນດ.
 (ແຫຼ່ງຄັດຈາກ VOV)


top