ຂ່າວສານ

ຫວຽດນາມ ປາດຖະຫນາຢາກກາຍເປັນສູນປະດິດຄິດສ້າງກ່ຽວກັບລະບົບສະບຽງອາຫານ

ຫວຽດນາມ ໄດ້ມີຫລາຍນະໂຍບາຍເພື່ອແນໃສ່ເພີ່ມທະວີການດຶງດູດການລົງທຶນ ຫັນກະສິກຳເປັນທັນສະໄຫມ.
ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ກ່າວຄຳເຫັນທີ່ກອງປະຊຸມ

ວັນທີ 27 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ເຂົ້າຮ່ວມວາລະປະຊຸມທາງອອນລາຍໃນຂອບເຂດ “ກອງປະຊຸມຈັດກຽມໃຫ້ແກ່ກອງປະຊຸມສຸດຍອດກ່ຽວກັບລະບົບສະບຽງອາຫານ” ຂອງ ສປຊ ດ້ວຍຫົວຂໍ້ “ຊຸກຍູ້ການປະດິດຄິດສ້າງຢູ່ບັນດາປະເທດ ເພື່ອຫັນປ່ຽນບັນດາລະບົບສະບຽງອາຫານ”.ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ເນັ້ນຫນັກວ່າ: ລັດຖະບານ ຫວຽດນາມ ກຳນົດ ຈະຍູ້ແຮງໂຄງປະກອບກະສິກຳ, ພັດທະນາກະສິກຳສິນຄ້າລວມສູນຂອບຂະຫນາດໃຫຍ່ ຕາມທິດທັນສະໄຫມ, ພັດທະນາກະສິກຳໝູນໃຊ້ເຕັກໂນໂລຊີສູງ, ຍົກສູງຄວາມສາມາດຮັບມື… ຫວຽດນາມ ໄດ້ມີຫລາຍນະໂຍບາຍເພື່ອແນໃສ່ເພີ່ມທະວີການດຶງດູດການລົງທຶນ ຫັນກະສິກຳເປັນທັນສະໄຫມ ບົນພື້ນຖານປ່ຽນໃຫມ່ປະດິດຄິດສ້າງ ແລະບັນດາຜົນງານການປະຕິວັດອຸດສາຫະກຳ 4.0, ຫວຽດນາມ     ນຳຫນ້າສ້າງຕັ້ງໂຄງການຄູ່ຮ່ວມມືພາກລັດ - ເອກະຊົນໃຫ້ແກ່ການພັດທະນາກະສິກຳແບບຍືນຍົງໃນຂອບເຂດເວທີປາໄສເສດຖະກິດໂລກ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງເນັ້ນຫນັກວ່າ:

“ຄວນຊຸກຍູ້ການຮ່ວມສຳພັນບັນດາເຄືອຂ່າຍປ່ຽນໃຫມ່ປະດິດຄິດສ້າງພາຍໃນປະເທດ ແລະ ຂ້າມຊາຍແດນ, ຕິດພັນບັນດາການເຄື່ອນໄຫວຄົ້ນຄ້ວາ, ໝູນໃຊ້ກັບຄວາມຕ້ອງການຂອງວິສາຫະກິດຂອງລະບົບສະບຽງອາຫານ, ແລະຂອງທັງລະບົບພື້ນຖານເສດຖະກິດ.                          ຫວຽດນາມ ປາດຖະຫນາຢາກກາຍເປັນສູນປະດິດຄິດສ້າງກ່ຽວກັບລະບົບສະບຽງອາຫານຢູ່ ພາກພື້ນ ອາຊີ. ທີສອງຄວນຍູ້ແຮງການໝູນໃຊ້ເຕັກໂນໂລຊີດີຈີຕອນ, ຂຸດຄົ້ນຜົນງານຂອງການປະຕິບັດອຸດສາຫະກຳ 4.0 ເພື່ອສ້າງບັນດາລະບົບມູນຄ່າກະສິກຳອັດສະລິຍະ.”

(ແຫຼ່ງຄັດຈາກ VOV)


top