ຂ່າວສານ

ຫວຽດນາມ ປະຕິບັດສົນທິສັນຍາຂອງ ILO ກ່ຽວກັບການລົບລ້າງການນຳໃຊ້ແຮງງານແບບບັງຄັບ

      ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ຫາກໍປະກາດໃຊ້ຂໍ້ຕົກລົງວ່າດ້ວຍການໃຫ້ອະນຸມັດຜ່ານ ແຜນການປະຕິບັດສົນທິສັນຍາສະບັບເລກທີ 105  ຂອງອົງການແຮງງານສາກົນ (ILO) ກ່ຽວກັບການລົບລ້າງການນຳໃຊ້ແຮງງານແບບບັງຄັບ. 
(ພາບປະກອບ: TTXVN)
         ເປົ້າໝາຍຂອງແຜນການ ແມ່ນປະຕິບັດບັນດາເນື້ອໃນຂອງສົນທິສັນຍາສະບັບເລກທີ 105 ໃຫ້ມີປະສິດທິຜົນ ແລະ ສອດຄ່ອງກັບຂໍ້ກຳນົດຂອງລັດຖະທຳມະນູນ ແລະ ກົດໝາຍ ຫວຽດນາມ, ສອດຄ່ອງກັບເງື່ອນໄຂເສດຖະກິດ, ການເມືອງ, ສັງຄົມຂອງ ຫວຽດນາມ ໃນແຕ່ລະໄລຍະ; ສ້າງໃຫ້ສົມບູນແບບ ແລະ ເພີ່ມທະວີກຳລັງຄວາມສາມາດ ຂອງບັນດາລະບອບລະບຽບການປະຕິບັດ, ກົນໄກສົມທົບ, ກົນໄກຕິດຕາມ ແລະ ກຳນົດຄວາມຮັບຜິດຊອບຂອງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຢ່າງຈະແຈ້ງ.
        ຕາມນັ້ນແລ້ວ, ແຕ່ລະປີ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ໄດ້ເປັນເຈົ້າການ, ສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງປະຕິບັດການໂຄສະນາ, ເຜີຍແຜ່ເນື້ອໃນຂອງສົນທິສັນຍາສະບັບເລກທີ 105 ແລະ ບັນດາຂໍ້ກຳນົດທີ່ກ່ຽວຂ້ອງຂອງກົດໝາຍ ຫວຽດນາມ ໃຫ້ຜູ້ອອກແຮງງານ ແລະ ຜູ້ນຳໃຊ້ແຮງງານ, ປະຊາຊົນ ແລະ ບັນດາສຳນັກງານ, ອົງການຈັດຕັ້ງທີ່ກ່ຽວຂ້ອງ, ສຳຫຼວດກວດກາ, ປັບປຸງ, ເພີ່ມເຕີມ ຫຼື ປະກາດໃຊ້ໃໝ່ ແນໃສ່ສ້າງລະບົບກົດໝາຍໃຫ້ສົມບູນແບບ ເພື່ອປະຕິບັດບັນດາຄຳຮຽກຮ້ອງຂອງສົນທິສັນຍາເລກທີ 105 ຢ່າງເຂັ້ມງວດ ແລະ ມີປະສິດທິຜົນ.
(ແຫຼ່ງຄັດຈາກ VOV)

top