ຂ່າວສານ

ຫວຽດນາມ ປະກອບສ່ວນຫຼາຍພໍສົມຄວນເຂົ້າໃນວຽກງານຍົກສູງທັດສະນະ ແລະ ພາບພົດຂອງ ອາຊຽນ

      ຫວຽດນາມ ໄດ້ປະກອບສ່ວນຫຼາຍພໍສົມຄວນເຂົ້າໃນການຍົກສູງທັດສະນະ ແລະ ພາບພົດຂອງ ອາຊຽນ ຢູ່ ສະພາຄວາມໝັ້ນຄົງ ສປຊ. 

ທ່ານເອກອັກຄະລັດຖະທູດ Dian Triansyah Djani  ຫົວໜ້າຄະນະຜູ້ຕາງໜ້າ ອິນໂດເນເຊຍ
ປະຈຳ ສປຊ (ພາບ: TTXVN)
      ຫວຽດນາມ ໄດ້ປະຕິບັດໜ້າທີ່ຢູ່ ສະພາຄວາມໝັ້ນຄົງ ສປຊ ໃນປີ 2020 ຢ່າງສຳເລັດຜົນທີ່ດີງາມ. ນີ້ແມ່ນຄຳຢັ້ງຢືນຂອງທ່ານເອກອັກຄະລັດຖະທູດ Dian Triansyah Djani  ຫົວໜ້າຄະນະຜູ້ຕາງໜ້າ ອິນໂດເນເຊຍ ປະຈຳ ສປຊ, ເມື່ອແລກປ່ຽນກັບສື່ມວນຊົນໃນສະພາບການທີ່ ຫວຽດນາມ ໃກ້ຈະສິ້ນສຸດປີທຳອິດຂອງອາຍຸການ 2ປີ ໃນຖານະເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ.
        ທ່ານເອກອັກຄະລັດຖະທູດ Dian Triansyah Djani  ເນັ້ນໜັກວ່າ ຫວຽດນາມ ໄດ້ປະກອບສ່ວນຫຼາຍພໍສົມຄວນເຂົ້າໃນການຍົກສູງທັດສະນະ ແລະ ພາບພົດຂອງ ອາຊຽນ ຢູ່ ສະພາຄວາມໝັ້ນຄົງ ສປຊ. ປີ 2021 ເຊິ່ງເປັນປີ ທີ່ຍັງເຫຼືອແຕ່ ປະເທດ ຫວຽດນາມ - ສະມາຊິກໜຶ່ງດຽວຂອງ ອາຊຽນ ເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ນັ້ນ, ທ່ານ ເອກອັກຄະລັດຖະທູດ Dian Triansyah Djani   ຫວັງວ່າ ຫວຽດນາມຈະປະສົບຜົນສຳເລັດຫຼາຍກວ່າອີກ, ເຖິງວ່າສະພາບການຈະບໍ່ສະດວກ ຍ້ອນໂລກພວມມີການປ່ຽນແປງໃນແຕ່ລະມື້ ແລະ ມີສິ່ງທ້າທາຍຫຼາຍຢ່າງຂວາງໜ້າກໍຕາມ, ໂດຍສະເພາະແມ່ນຜົນຮ້າຍຢ້ອນຫຼັງຈາກໂລກລະບາດໂຄວິດ - 19.
 (ແຫຼ່ງຄັດຈາກ VOV)
 


top