ຂ່າວສານ

ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດທະນາການປຶກສາຫາລື ແລະ ສ້າງຂໍ້ຕົກລົງດີຈີຕອນທົ່ວໂລກ

ທ່ານເອກອັກຄະລັດຖະທູດ ດັັ້ງຮ່ວາງຢາງ, ຫົວໜ້າຄະນະ ຫວຽດນາມ ປະຈຳ ສປຊ, ຖືວ່າ: ການສ້າງ GDC ແມ່ນຈຳເປັນເພື່ອຊຸກຍູ້ໂລກດີຈີຕອນປອດໄພ, ຍຸຕິທຳ ແລະ ພັດທະນາກ່ວາໃຫ້ແກ່ປະຊາຊົນທຸກຄົນ
  ທ່ານເອກອັກຄະລັດຖະທູດ ດັັ້ງຮ່ວາງຢາງ, ຫົວໜ້າຄະນະ ຫວຽດນາມ ປະຈຳ ສປຊ ເຂົ້າຮ່ວມວາລະປຶກສາຫາລື (ພາບ:TTXVN)  

ວັນທີ 30 ມັງກອນ, ທີ່ສຳນັກງານ ສປຊ, ຢູ່ນິວຢອກ, ປະເທດ ອາເມລິກາ ໄດ້ຈັດວາລະປຶກສາຫາລືຢ່າງບໍ່ເປັນທາງການຄັ້ງທຳອິດຂອງວິວັດທະນາການລະຫວ່າງລັດຖະບານ ເພື່ອແນໃສ່ປຶກສາຫາລື ແລະ ຍົກອອກຂໍ້ຕົກລົງດີຈີຕອນທົ່ວໂລກ (Global Digital Compact – GDC). ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ດັັ້ງຮ່ວາງຢາງ, ຫົວໜ້າຄະນະ ຫວຽດນາມ ປະຈຳ ສປຊ, ຖືວ່າ: ການສ້າງ GDC ແມ່ນຈຳເປັນເພື່ອຊຸກຍູ້ໂລກດີຈີຕອນປອດໄພ, ຍຸຕິທຳ ແລະ ພັດທະນາກ່ວາໃຫ້ແກ່ປະຊາຊົນທຸກຄົນ. ຕາມນັ້ນແລ້ວ, ຕ້ອງຮັບປະກັນເປົ້າໝາຍເຊື່ອມຕໍ່ທົ່ວໂລກໃນປີ 2030, ທຸກຄົນໄດ້ສຳຜັດກັບ ອິນເຕີເນັດ, ບັນດາເຕັກໂນໂລຊີ ແລະ ການບໍລິການດີຈີຕອນ ຄ່າບໍລິການທີ່ເໝາະສົມ, ພ້ອມທັງກໍ່ຕ້ອງຮັບປະກັນຄວາມໝັ້ນຄົງ ແລະ ຄວາມປອດໄພຂອງການສຳຜັດ, ຂອງລະບົບ ແລະ ພື້ນຖານໂຄງລ່າງດີຈີຕອນ.

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຖືວ່າ ຄວນສ້າງເງື່ອນໄຂໃຫ້ບັນດາພາກສ່ວນເອກະຊົນເຂົ້າຮ່ວມເພື່ອໃຫ້ວິວັດທະນາການນີ້ຮອບດ້ານກ່ວາ ດ້ວຍການປະກອບສ່ວນລະອຽດ ແລະ ມີປະສິດທິຜົນ. ຄຽງຄູ່ກັນນັ້ນ, GDC ຄວນຮັບປະກັນບັນດາຫຼັກການພື້ນຖານຂອງກົດບັດ ສປຊ ແລະ ກົດໝາຍສາກົນ, ຕາມນັ້ນແລ້ວ, ທຸກປະເທດ ແລະ ບັນດາຝ່າຍກ່ຽວຂ້ອງຕ້ອງປະຕິບັດຢ່າງຄົບຖ້ວນຕາມປະໄຕແຫ່ງຊາດໃນເຄືອຂ່າຍອິນເຕີເນັດ, ຜືນແຜ່ນດິນອັນຄົບຖ້ວນ ແລະ ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງປະເທດອື່ນ. ໂດຍເປັນປະເທດມີຫຼາຍບົດຮຽນປະສົບການ ແລະ ບັນລຸໄດ້ຫຼາຍຜົນງານໃນການຫັນເປັນດີຈີຕອນ, ພັດທະນາລັດຖະບານດີຈີຕອນ, ມຸ່ງໄປເຖິງເສດຖະກິດ ແລະ ສັງຄົມດີຈີຕອນ, ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະເຂົ້າຮ່ວມ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດທະນາການນີ້ເພື່ອແນໃສ່ຊຸກຍູ້ການປະຕິບັດໂຄງການດຳເນີນງານ 2030.


top