ຂ່າວສານ

ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນງານລວມຂອງ IPU-144

ການເຂົ້າຮ່ວມຂອງສະພາແຫ່ງຊາດ, ຮ່ວມເດີນທາງພ້ອມກັບລັດຖະບານ ຫວຽດນາມ ສ້າງລະບອບລະບຽບການ, ຮ່າງບັນດາແຜນການ ແລະ ຍຸດທະສາດການກະທຳ ເພື່ອປະຕິບັດບັນດາເປົ້າໝາຍຕ້ານການປ່ຽນແປງຂອງດິນຟ້າອາກາດ.

ການເຂົ້າຮ່ວມຂອງສະພາແຫ່ງຊາດ, ຮ່ວມເດີນທາງພ້ອມກັບລັດຖະບານ ຫວຽດນາມ ສ້າງລະບອບລະບຽບການ, ຮ່າງບັນດາແຜນການ ແລະ ຍຸດທະສາດການກະທຳ ເພື່ອປະຕິບັດບັນດາເປົ້າໝາຍຕ້ານການປ່ຽນແປງຂອງດິນຟ້າອາກາດ.

    

ທ່ານ ຫວູຫາຍຮ່າ, ຫົວໜ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນນາມ. (ພາບ: TTXVN)

ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໂດຍທ່ານ ຫວູຫາຍຮ່າ, ຫົວໜ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນນາມ ເປັນຫົວໜ້າຄະນະໄດ້ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາໂລກ (IPU) ຄັ້ງທີ 144 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງດຳເນີນໃນລະຫວ່າງວັນທີ 20 – 24 ມີນາ, ຢູ່ ບາລີ, ປະເທດ ອິນໂດເນເຊຍ. ທີ່ເຫດການສຳຄັນນີ້, ເລື່ອງຄະນະຜູ້ແທນ ຫວຽດນາມ ຕັ້ງໜ້າເຂົ້າຮ່ວມໄດ້ສະແດງອອກໃນສານສຳຄັນ 3 ສະບັບ. ທີໜຶ່ງແມ່ນ, ໃນຂົງເຂດຕ້ານການປ່ຽນແປງຂອງດິນຟ້າອາກາດ, ໂດຍຢືນຢັນວ່າ ການເຂົ້າຮ່ວມຂອງສະພາແຫ່ງຊາດ, ຮ່ວມເດີນທາງພ້ອມກັບລັດຖະບານ ຫວຽດນາມ ສ້າງລະບອບລະບຽບການ, ຮ່າງບັນດາແຜນການ ແລະ ຍຸດທະສາດການກະທຳ ເພື່ອປະຕິບັດບັນດາເປົ້າໝາຍຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ການພັດທະນາແບບຍືນຍົງໃນໄລຍະຈະມາເຖິງ, ສູ້ຊົນຮອດປີ 2050 ບັນລຸໄດ້ເປົ້າໝາຍຈາວກັນກັບກາກບອນ. ທີ 2 ແມ່ນ, ຢືນຢັນຄວາມໝາຍສຳຄັນຂອງການທູດລັດຖະສະພາທີ່ມີຕໍ່ສັນຕິພາບ, ຄວາມໝັ້ນຄົງໃນໂລກ. ທີ 3 ແມ່ນ, ຢືນຢັນການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດາສະມາຊິກສະພາແຫ່ງຊາດໜຸ່ມ ແລະ ສະມາຊິກສະພາແຫ່ງຊາດຍິງຂອງສະພາແຫ່ງຊາດ ຫວຽດນາມ ຢູ່ບັນດາເນື້ອໃນຂອງ IPU.

(ແຫຼ່ງຄັດຈາກ VOV)


top