ຂ່າວສານ

ຫວຽດນາມ ບໍ່ຮັບຮອງເອົາ “ເສັ້ນ 9 ຕອນ” ຂອງ ຈີນ ຢູ່ທະເລຕາເວັນອອກ

      ວັນທີ 20 ມີນາ 2020, ເມື່ອຕອບຄຳຖາມຂອງນັກຂ່າວທີ່ສະເໜີໃຫ້ຮູ້ກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ສື່ສັງຄົມອອນລາຍທີ່ຈົດທະບຽນເປັນອົງການຕາງ ໜ້າຂອງ ຈີນ ຢູ່ ຕ່າງປະເທດໄດ້ເອົາຮູບ ແຜນທີ່ ຈີນ ທີ່ມີ ເສັ້ນ 9 ຕອນລົງໃນ ສື່ດັ່ງກ່າວ. 
            ໂຄສົກກະຊວງການຕ່າງປະເທດ ຫວຽດນາມ, ທ່ານນາງ ເລທິທູຮັ່ງ ຊີ້ແຈ້ງວ່າ: ຫຼັກໝັ້ນຂອງ ຫວຽດນາມ ກ່ຽວກັບບັນຫາທະເລຕາເວັນອອກແມ່ນຈະແຈ້ງ ແລະ ມີຄວາມສະເໝີຕົ້ນສະເໝີປາຍ.

ນາງ ເລທິທູຮັ່ງ
      ຫວຽດນາມ ມີພື້ນຖານນິຕິກຳ ແລະ ພະຍານຫຼັກຖານປະຫວັດສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕສຳລັບໝູ່ເກາະ ຮ່ວາງຊາ ແລະ ໝູ່ເກາະ ເຈື່ອງຊາ, ກໍ່ຄືອະທິປະໄຕ, ສິດອະທິປະໄຕ, ສິດພິພາກສາສຳລັບບັນດາເຂດທະເລ ທີ່ໄດ້ ກຳນົດຢ່າງ ເໝາະສົມກັບຂໍ້ກຳນົດຂອງສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ຕາມນັ້ນແລ້ວ, ຫວຽດນາມ ບໍ່ຮັບຮູ້ບໍ່ວ່າການຮຽກສິດທາງທະເລໃດໆຂອງ ຈີນ ທີ່ອີງໃສ່ “ເສັ້ນ 9 ຕອນ” ຂອງ ຈີນ ຢູ່ທະເລຕາເວັນອອກ.
 (ແຫຼ່ງຄັດຈາກ VOV)


top