ຂ່າວສານ

ຫວຽດນາມ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ໃໝ່ໃນ 16 ມື້ຜ່ານມາ

      ໄລ່ຮອດວັນທີ 02 ພຶດສະພາ, ຫວຽດນາມ ສືບຕໍ່ບໍ່ມີຜູ້ຕິດເຊື້ອໂຄວິດ-19 ໃໝ່. ສະນັ້ນ, ໃນ 16 ມື້ຜ່ານມາ,  ຫວຽດນາມ ບໍ່ກວດພົບຜູ້ຕິດແປດໃໝ່ຕື່ມອີກໃນວົງຄະນະຍາດ. 

(ພາບປະກອບ)
      ໃນຈຳນວນ 270 ຄົນຕິດເຊື້ອໂຄວິດ-19 ຢູ່ ຫວຽດນາມ, ມີ 130 ຄົນກັບມາຈາກຕ່າງປະເທດຖືກແຍກຕົວໃນທັນທີ. ຫວຽດນາມ ມີ 219/270 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລ້ວ, ກວມເອົາ 81%. 51 ຄົນຕິດເຊື້ອໂຄວິດ-19 ທີ່ຍັງເຫຼືອນັ້ນ ພວມໄດ້ຮັບການປິ່ນປົວ, ຕິດຕາມສຸຂະພາບຢູ່ບັນດາຮາກຖານປິ່ນປົວພະຍາດຂັ້ນສູນກາງ ແລະ ຂັ້ນແຂວງ.
 (ແຫຼ່ງຄັດຈາກ VOV)


top