ການເຂົ້າເປັນສະມາຊິກ ສະພາສິດທິມະນຸດ ສະຫະປະຊາຊາດ (ສປຊ) 2 ສະໄໝ ອາຍຸການ 2014 - 2016 ແລະ 2023 - 2025 ດ້ວຍ ຄະແນນສຽງສູງ ແມ່ນສະພາບຕົວຈິງທີ່ມີຊີວິດຊີວາ ຢືນຢັນ ຄວາມຮັບຜິດຊອບ ກໍຄືບັນດາຜົນງານ ຂອງ ຫວຽດນາມ ໃນການ ຮັບປະກັນສິດທິມະນຸດ. ເຖິງວ່າປະເທດຊາດ ເຄີຍຜ່ານສົງຄາມ ມາແລ້ວຫຼາຍຄັ້ງ ຊຶ່ງສົ່ງຜົນກະທົບຢ້ອນຫຼັງ ອັນຍາວນານ, ເຮັດໃຫ້ ຊີວິດການເປັນຢູ່ ດ້ານເສດຖະກິດ - ສັງຄົມ ມາຮອດປັດຈຸບັນ ຍັງ ຄົງປະສົບກັບຄວາມຫຍຸ້ງຍາກຫຼາຍປະການ ແຕ່ພັກ, ລັດ ແລະ ລັດຖະບານ ຫວຽດນາມ ຍາມໃດກໍມີຄວາມມານະພະຍາຍາມ ຢ່າງບໍ່ຢຸດຢັ້ງປະຕິບັດຄຳໝັ້ນສັນຍາ “ບໍ່ປະໃຜໄວ້ ໃຫ້ຢູ່ເບື້ອງຫຼັງ” ເພື່ອກໍ່ສ້າງປະເທດຊາດ ສັນຕິພາບ, ວັດທະນາຖາວອນ ປະຊາຊົນ ໄດ້ໃຊ້ຊີວິດ ໃນຄວາມອີ່ມໜຳສຳລານ ແລະ ຜາສຸກ.
ທ່ານນາງ ປອ ຄວັດທູຮົ່ງ, ຫົວໜ້າສະຖາບັນຄົ້ນຄວ້າ ການພັດທະ ນາສັງຄົມ (ISDS –Institute for Social Development Studies), ປີ 2006, ກົດໝາຍວ່າດ້ວຍການປ້ອງກັນ ແລະ ສະກັັດກັ້ນ ການ ຕິດເຊື້ອໄວຣັດ ທ່ີເປັນສາເຫດ ພູມຄຸ້ມກັນບົກພ່ອງ (HIV/AIDS) ທີ່ປະກາດໃຊ້ ໄດ້ຢືນຢັນວ່າ ຜູ້ຕິດເຊື້ອ HIV ຕ້ອງໄດ້ປະຕິບັດ ຢ່າງ ສະເໝີພາບ. ກົດໝາຍດັ່ງກ່າວ ຍັງຫ້າມການລັງກຽດ ແລະຈຳແນກ ການປະພຶດຕໍ່ຜູ້ຕິດເຊື້ອ HIV. ກົດໝາຍວ່າດ້ວຍຄົນພິການປີ 2010 ຍັງຫ້າມການລັງກຽດ ແລະ ຈຳແນກການ ປະຕິບັດຕໍ່ຜູ້ພິ ການ ແລະ ມີຂໍ້ກຳນົດນິຕິກຳຫຼາຍຂໍ້ ສ້າງເງື່ອນໄຂສະເໝີພາບເພື່ອ ໃຫ້ຜູ້ພິການ ໄດ້ເຂົ້າຮ່ວມການອອກແຮງງານ, ອຸທິດ ແລະປະກອບ ສ່ວນ ໃຫ້ສັງຄົມ...
ທ່ານນາງ ຄວັດທູຮົ່ງ ເນັ້ນໜັກວ່າ: “ນີ້ລ້ວນແຕ່ແມ່ນບັນດາການຫັນ ປ່ຽນຢ່າງຕັ້ງໜ້າ ໃນຂອບກົດໝາຍ ແລະ ນະໂຍບາຍ, ສະແດງໃຫ້ເຫັນວ່າ ລັດຖະບານ ຫວຽດນາມ ຍັງສືບຕໍ່ປ່ຽນໃໝ່ ນະໂຍບາຍ ເພື່ອຊ່ວຍເຫຼືອ ກຸ່ມຄົນດ້ອຍໂອກາດ”.
ບັນດາຄວາມເປັນຈິງດັ່ງກ່າວສະແດງໃຫ້ເຫັນ ການຮັບປະກັນສິດທິມະນຸດຢູ່ ຫວຽດນາມ ຍາມໃດກໍໄດ້ຮັບຄວາມເອົາໃຈໃສ່ ຢ່າງທົ່ວ ເຖິງ ຢູ່ທຸກແຫ່ງ, ທຸກເວລາ. ນັ້ນແມ່ນ ຍັງບໍ່ທັນກ່າວເຖິງ ແຜນນະ ໂຍບາຍ, ນະໂຍບາຍຫຼາຍສະບັບທີ່ ພັກ ແລະ ລັດ ໄດ້ປະກາດໃຊ້ ຢ່າງທັນການ ແລະ ມີປະສິດທິຜົນ ເພື່ອປັບປຸງ ຊີວິດການເປັນຢູ່ ດ້ານເສດຖະກິດ, ວັດທະນະທຳ, ສັງຄົມ, ການສຶກສາ, ສາທາລະ ນະສຸກ... ໃຫ້ທົ່ວປວງຊົນ, ໂດຍສະເພາະແມ່ນຜູ້ດ້ອຍໂອກາດ, ຄົນທຸກຍາກ ແລະ ພໍ່ແມ່ຊາວເຜົ່າສ່ວນໜ້ອຍ ຢູ່ເຂດຫ່າງໄກສອກ ຫຼີກ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.
ຖືບັນຫາສິດທິມະນຸດ ເປັນເປົ້າໝາຍ ເພື່ອບັນລຸຜົນດ້ວຍຕົນເອງ
ໃນຊ່ວງເວລາ ການແຜ່ລະບາດ ເຊື້ອພະຍາດ ໂຄວິດ-19 ລະບາດ ຂຶ້ນ ຢ່າງຮ້າຍແຮງໃນທົ່ວໂລກ, ເລື່ອງລາວ ກ່ຽວກັບ ທ່ານໝໍ ຫວຽດ ນາມ ທີ່ໄດ້ກອບກູ້ ເອົາຊີວິດ ນັກບິນ ອັງກິດ ຕິດເຊື້ອ ພະຍາດ ໂຄ ວິດ-19 ໄດ້ຖືກໜັງສືພິມສາກົນ ຫຼາຍສະບັບກ່າວເຖິງ ເໝືອນດັ່ງ ສິ່ງມະຫັດສະຈັນ ຊ່ວຍເຫຼືອຊີວິດຜູ້ຄົນ ແລະ ການກະທຳ ເພື່ອ ມະນຸດສະທຳ ຂອງ ຊາວ ຫວຽດນາມ.
ວິທະຍຸ BBC ໄດ້ຍົກຄຳເວົ້າຂອງນັກບິນ Stephen Cameron ຈາກ ຕຽງຄົນເຈັບ ຢູ່ໂຮງໝໍ ຫວຽດນາມວ່າ: “ຖ້າຂ້າພະເຈົ້າ ຢູ່ບ່ອນອື່ນ ໃນໂລກນີ້, ຂ້າພະເຈົ້າຄົງຈະຕາຍແລ້ວ, ເພາະວ່າ ຫຼັງຈາກ ນອນ ຕິດຕຽງ ຕະຫຼອດເປັນເວລາ 30 ມື້, ຂ້າພະເຈົ້າອາດຈະຖືກ ຖອດ ເຄື່ອງຫາຍໃຈ ຈາກພວກເຂົາແລ້ວ. ຂ້າພະເຈົ້າມີຄວາມເຄົາລົບ ນັບຖື ຕໍ່ນໍ້າໃຈ ຂອງຊາວ ຫວຽດນາມ ທີ່ມີຕໍ່ຂ້າພະເຈົ້າ ແລະ ຂ້າ ພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນ ເປັນຢ່າງຍິ່ງ ຕໍ່ ບັນດາທ່ານໝໍ ທີ່ໄດ້ຊ່ວຍຊີວິດ ຂອງ ຂ້າພະເຈົ້າ ຢ່າງສຸດອົກສຸດໃຈ”.
ຫວຽດນາມ ຈັດຕັ້ງການກວດພະຍາດໂຄວິດ-19 ໃຫ້ຊາວຕ່າງ ປະເທດຢູ່ນະຄອນ ດ່າໜັງ. ພາບ: ແທງຮ່ວາ/VNP
ທ່ານ ປອ ກາວດຶກຖ໋າຍ, ອະດີດຫົວໜ້າສະຖາບັນຄົ້ນຄວ້າ ສິດທິມະນຸດ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ກ່າວວ່າ ນີ້ ແມ່ນຫຼັກຖານສະແດງໃຫ້ເຫັນວ່າ ລັດ ແລະ ປະຊາຊົນ ຫວຽດນາມ ບໍ່ພຽງແຕ່ມີຈິດໃຈ ແລະ ຄວາມພະຍາຍາມ ຮັບປະກັນສິດທິມະ ນຸດເທົ່ານັ້ນ, ແຕ່ຍັງ ມີຈິດໃຈມະນຸດສະທຳ, ຄວາມໂອບ ອ້ອມອາລີ ແລະ ຄວາມຮັກຕໍ່ ເພື່ອນມະນຸດດ້ວຍກັນ.
ຫວຽດນາມ ມີຄວາມຄວາມມຸ່ງມາດປາດຖະໜາ ໄດ້ເຂົ້າເປັນ ສະ ມາຊິກ ສະພາສິດທິມະນຸດ ສປຊ ເພື່ອບັນລຸ 3 ເປົ້າໝາຍ. ໜຶ່ງ: ຫວຽດນາມ ຕ້ອງການຢືນຢັນການປະຕິບັດສິດທິມະນຸດ. ສອງ: ຫວຽດນາມ ຢາກເຜີຍແຜ່ຄຸນຄ່າຂອງຕົນ. ສາມ: ຫວຽດນາມ ຢາກສະແດງ ຄວາມຮັບຮູ້ໃໝ່ຂອງຕົນ ກ່ຽວກັບສິດທິມະນຸດ ຕໍ່ບັນດາຄຸນຄ່າ ຂອງ ຍຸກປັດຈຸບັນ.
ໃນນະໂຍບາຍການຕ່າງປະເທດ, ຫວຽດນາມ ມີຄວາມປາດຖະໜາ ຢາກສ້າງເພື່ອນມິດ ກັບທຸກປະເທດ, ບໍ່ຈຳແນກ ລະບອບການ ເມືອງ - ສັງຄົມ ແລະ ລະດັບການພັດທະນາ ເພື່ອເຂົ້າໃກ້ບັນດາ ຄຸນຄ່າລວມ ແລະ ບັນດາຄຸນຄ່າກ້າວໜ້າ ຂອງໂລກ.
ການທີ່ ຫວຽດນາມ ເຂົ້າເປັນສະມາຊິກ ສະພາສິດທິມະນຸດ ໝາຍ ເຖິງການສ້າງເປັນຮູບເປັນຮ່າງກົນໄກ ແລະ ແນວຄິດຮັບປະກັນສິດ ທິມະນຸດຢູ່ ຫວຽດນາມ. ສັງເກດກ່ຽວກັບ ດ້ານເອກະສານ, ຫວຽດ ນາມ ມີເອກະສານລະຫວ່າງປະເທດ ຢ່າງຄົບຖ້ວນ ກ່ຽວກັບສິດທິ ມະນຸດ. ຫວຽດນາມ ໄດ້ຈັດຕັ້ງກົນໄກໜຶ່ງ ທີ່ມີທັງກົດໝາຍ, ອົງ ການ ແລະ ອົງການຈັດຕັ້ງ.
“ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ສປຊ, ໄດ້ປະກອບສ່ວນ ຫຼາຍຢ່າງ ແລະ ມີປະສິດທິຜົນ ເຂົ້າໃນການເຄື່ອນໄຫວ ຮັກສາ ສັນຕິພາບ ຂອງ ສປຊ. ສາຍພົວພັນອັນດີງາມດັ່ງກ່າວ ຕ້ອງໄດ້ ເພີ່ມທະວີຍິ່ງຂຶ້ນ ໃນໄລຍະຕໍ່ໜ້າ ເພື່ອຊຸກຍູ້ ສັນຕິພາບ, ການພັດ ທະນາແບບຍືນຍົງ ແລະ ສິດທິມະນຸດ ຢູ່ໃນໂລກ”, ນີ້ແມ່ນການຕີ ລາຄາຫຼ້າສຸດ ຂອງ ທ່ານ ເລຂາທິການໃຫຍ່ ສປຊ Antonio Guterres ກ່ຽວກັບ ຫວຽດນາມ.
ປີ 2022, ຫວຽດນາມ ເປັນທ່ີຮັບຮູ້ວ່າ ແມ່ນໜຶ່ງໃນ 10 ປະເທດ ທີ່ມີປະສິດທິຜົນດີທີ່ສຸດ ຂອງໂລກ ໃນການປະຕິບັດ ບັນດາ ເປົ້າ ໝາຍ ຂອງ ສປຊ ກ່ຽວກັບຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ເດັກຍິງ.
ທ່ານ Jean-Pierre Archambault, ອະດີດເລຂາທິການໃຫຍ່ ສະມາຄົມມິດຕະພາບ ຝຣັ່ງ - ຫວຽດນາມ ໃຫ້ຮູ້ວ່າ: “ການຮັບປະກັນ ສິດທິມະນຸດທີ່ດີ ແມ່ນໜຶ່ງໃນບັນດາຜົນງານຂອງ ຂະບວນວິວັດ ແຫ່ງການປ່ຽນແປງໃໝ່ຢູ່ ຫວຽດນາມ, ບັນດາໝາກຜົນ ທີ່ບັນລຸໄດ້ ໃນຂົງເຂດຮັບປະກັນ ສິດທິມະນຸດ ຂອງ ຫວຽດນາມ ແມ່ນປະຕິເສດບໍ່ໄດ້”.
ທ່ານ ປອ ກາວດຶກຖ໋າຍ ເຫັນວ່າ ຫວຽດນາມ ບັນລຸໄດ້ບັນດາ ຜົນ ງານ ກ່ຽວກັບສິດທິມະນຸດ ຄືແນວນັ້ນ ແມ່ນຍ້ອນມີການ ປ່ຽນແປງ ແນວຄິດ ໃນການເຂົ້າເຖິງສິດມະນຸດ ກໍຄືວຽກງານ ການຕ່າງປະ ເທດ ແລະ ເຊື່ອມໂຍງເຂົ້າກັບສາກົນ. ຄວາມຮັບຮູ້ໃໝ່ ຂອງ ຫວຽດ ນາມ ຖືສິດທິມະນຸດ ແມ່ນເປົ້າໝາຍ ເພື່ອການສູ້ຊົນ, ເຊື່ອມໂຍງ ສິດທິມະນຸດ ກັບບັນດາຄຸນຄ່າ ຂອງ ຍຸກປັດຈຸບັນ, ນັ້ນແມ່ນ ຈິດ ໃຈ ສິດທິມະນຸດ, ຄວາມໂອບອ້ອມອາລີ ແລະ ຄວາມຮັກຕໍ່ ມະນຸດດ້ວຍກັນ.
ຫວຽດນາມ ເຂົ້າຮ່ວມກຳລັງຮັກສາສັນຕິພາບຢູ່ ຊູດັງໃຕ້ ແລະ ສາທາລະນະລັດ ອາຟຣິກກາ ກາງ. ພາບ: ເອກະສານ
ບົດ: ຖາວວີ - ພາບ: ກົງດາດ, ແທງຮ່ວາ ແລະ ເອກະສານ VNP ແລະ VNA - ແປໂດຍ: ບິກລຽນ