ຂ່າວສານ

ຫວຽດນາມ ບຸລິມະສິດເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນ ລັດເຊຍ

      ຕອນບ່າຍວັນທີ 21 ພຶດສະພາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບລັດຖະມົນຕີກະຊວງພັດທະນາເສດຖະກິດສະຫະພັນ ລັດເຊຍ ທ່ານ Maxim Oreshkin ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ເນັ້ນໜັກວ່າ.

ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ 
ຕ້ອນຮັບລັດຖະມົນຕີກະຊວງພັດທະນາເສດຖະກິດສະຫະພັນ ລັດເຊຍ ທ່ານ Maxim Oreshkin 
      ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ບຸລິມະສິດແກ່ການປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນ ລັດເຊຍ. ວົງເງິນການຄ້າ 2 ສົ້ນປີ 2016 ບັນລຸ 2,7 ຕື້ USD. 2 ຝ່າຍພວມວາງຄາດໝາຍຍົກວົງເງິນການຄ້າ ຫວຽດນາມ - ສະຫະພັນ ລັດເຊຍ ຂຶ້ນ 10 ຕື້ USD ໃນປີ 2020. ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີວ່າ: 2 ຝ່າຍສືບຕໍ່ຍູ້ແຮງວຽກງານສົ່ງເສີມການຄ້າ, ສ້າງທຸກເງື່ອນໄຂສະດວກທີ່ສຸດ ເພື່ອນຳສິນຄ້າ 2 ຝ່າຍເຂົ້າຕະຫລາດຂອງກັນ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະແດງຄວາມເບີກບານມ່ວນຊື່ນເມື່ອໄດ້ຮັບທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin ມາຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ APEC 2017 ຢູ່ ດ່າໜັງ. ເນື່ອງໃນໂອກາດນີ້ ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ແຈ້ງໃຫ້ຊາບຈະປະຕິບັດການຢ້ຽມຢາມທາງລັດຖະກິດເຖິງສະຫະພັນ ລັດເຊຍ ໃນເດືອນ ມີຖຸນາ ຕາມຄຳເຊີນຂອງທ່ານປະທານາທິບໍດີ Vladimir Putin.
 (ແຫຼ່ງຄັດຈາກ VOV)

top