ຂ່າວສານ

ຫວຽດນາມ ບັນລຸໝາກຜົນທີ່ໜ້າປະທັບໃຈໃນການຫຼຸດຜ່ອນອັດຕາເດັກບໍ່ໄດ້ໄປຮຽນ

ມີບາງປະເທດບັນລຸອັດຕາຫຼຸດຜ່ອນສະພາບເດັກບໍ່ໄປໂຮງຮຽນໄດ້ຢ່າງໜ້ອຍສຸດ 80% ນັບແຕ່ປີ 2000, ໃນນັ້ນມີ ຫວຽດນາມ.
  (ພາບ: Thành Đạt/TTXVN)  

ວັນທີ 25 ມີນາ, ຢູ່ ປາຣີ, ປະເທດ ຝລັ່ງ, ອົງການສຶກສາວິທະຍາສາດ ແລະ ວັດທະນະທຳສະຫະປະຊາຊາດ (UNESCO) ໄດ້ຈັດເຫດການປະກາດບົດລາຍງານການຕິດຕາມກວດກາການສຶກສາທົ່ວໂລກ 2026. ເຂົ້າຮ່ວມເຫດການມີລັດຖະມົນຕີຜູ້ຮັບຜິດຊອບວຽກງານການສຶກສາຂອງບັນດາປະເທດກວ່າ 20 ທ່ານ, ພ້ອມກັບນັກຊ່ຽວຊານ ແລະ ຜູ້ຕາງໜ້າບັນດາອົງການສາກົນ ແລະ ພາກພື້ນຫຼາຍທ່ານ.

        ບົດລາຍງານໄດ້ຮັບຮູ້ບັນດາຄວາມຄືບໜ້າພໍສົນຄວນ. ຕາມນັ້ນແລ້ວ, ນັບແຕ່ປີ 2000, ຈຳນວນນັກຮຽນໄປໂຮງຮຽນທົ່ວໂລກໄດ້ເພີ່ມຂຶ້ນ 327 ລ້ານຄົນ, ບັນລຸ 1,4 ຕື້ຄົນໃນປີ 2024. ມີບາງປະເທດບັນລຸອັດຕາຫຼຸດຜ່ອນສະພາບເດັກບໍ່ໄປໂຮງຮຽນໄດ້ຢ່າງໜ້ອຍສຸດ 80% ນັບແຕ່ປີ 2000, ໃນນັ້ນມີ ຫວຽດນາມ.

        ເຖິງຢ່າງໃດກໍ່ຕາມ, ບົດລາຍງານກໍ່ໃຫ້ຮູ້ວ່າ ມີເດັກນ້ອຍກວ່າ 1/6 ຢູ່ໃນໂລກ ພວມດຳລົງຊີວິດຢູ່ບັນດາເຂດຖືກຜົນສະທ້ອນຈາກການປະທະກັນ, ເຮັດໃຫ້ຈຳນວນເດັກບໍ່ໄດ້ໄປໂຮງຮຽນເຊິ່ງຢູ່ນອກຈາກຕົວເລກສະຖິຕິເພີ່ມຂຶ້ນນັບລ້ານຄົນ.


top