ຂ່າວສານ

ຫວຽດນາມ ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງພາຍຫຼັງໄລຍະ 5 ປີ ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ

      ພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສຢູ່ ອົດສະຕາລີ ມີຄວາມເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກທີ່ຈະດຳເນີນໃນໄລຍະຈະມາເຖິງ ຈະຄັດເລືອກເອົາຖັນແຖວການນຳທີ່ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດຢ່າງພຽງພໍ ຖືກຕາມມາດຖານທີ່ໄດ້ວາງອອກ ເພື່ອນຳພາປະເທດຊາດໃຫ້ນັບມື້ນັບພັດທະນາ.
ຖະໜົນສາຍຕ່າງໆໄດ້ຮັບການປະດັບປະດາ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກ (ພາບ:TTXVN)
      “ຫວຽດນາມ ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງພາຍຫຼັງໄລຍະ 5 ປີ ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ”. ນີ້ແມ່ນຄຳເຫັນຂອງທ່ານ ເຈິ່ນບ໊າຟຸກ, ກຳມະການຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ປະທານສະມາຄົມນັກທຸລະກິດ ຫວຽດນາມ ປະຈຳ ອົດສະຕາລີ. ກ່ຽວກັບຄວາມປາດຖະໜາຂອງພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສ ຢູ່ ອົດສະຕາລີ ຕໍ່ກອງປະຊຸມໃຫຍ່ຂອງພັກຄັ້ງນີ້, ທ່ານ ເຈິ່ນບ໊າຝຸກ ໃຫ້ຮູ້ວ່າ  ພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສຢູ່ ອົດສະຕາລີ ມີຄວາມເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກທີ່ຈະດຳເນີນໃນໄລຍະຈະມາເຖິງ ຈະຄັດເລືອກເອົາຖັນແຖວການນຳທີ່ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດຢ່າງພຽງພໍ ຖືກຕາມມາດຖານທີ່ໄດ້ວາງອອກ ເພື່ອນຳພາປະເທດຊາດໃຫ້ນັບມື້ນັບພັດທະນາ.
        ທ່ານກໍປາດຖະໜາວ່າ  ພັກ ແລະ ລັດ ຈະຊີ້ນຳ ແລະ ຊຸກຍູ້ຜັນຂະຫຍາຍປະຕິບັດມະຕິວ່າດ້ວຍການຮັບຮອງເອົາບົດບາດຂອງເສດຖະກິດເອກະຊົນ ເພື່ອຮັບປະກັນໃຫ້ມີການຕີລາຄາ ແລະ ໃຫ້ການໜູນຊ່ວຍຢ່າງເໝາະສົມກັບຂົງເຂດເສດຖະກິດນີ້ ຄືດັ່ງກຳລັງສຳຄັນໃນການພັດທະນາເສດຖະກິດຂອງປະເທດຊາດ.
(ແຫຼ່ງຄັດຈາກ VOV)


top