ຂ່າວສານ

ຫວຽດນາມ ບັນລຸຜົນສຳເລັດໃນການຕ້ານໂລກລະບາດໂຄວິດ-19

ໃນຮອບເວລາເກືອບ 3 ເດືອນຜ່່ານມາ, ຫວຽດນາມ ບໍ່ພົບຜູ້ຕິດໂລກລະບາດໂຄວິດ-19 ໃໝ່ໃນຊຸມຊົນ ແລະ ບັນດາກໍລະນີຕິດເຊື້ອ ລ້ວນແຕ່ແມ່ນຜູ້ເຂົ້າເມືອງ ແລະ ໄດ້ແຍກຕົວ.

(ພາບປະກອບ: TTXVN)

ວັນທີ 28 ພະຈິກ, ໜັງສືພິມເຢຍລະມັນໃໝ່ (Neues Deutschland) ໄດ້ລົງບົດຂຽນກ່ຽວກັບການຕ້ານໂລກລະບາດໂຄວິດ-19 ຂອງນັກຂ່າວ  Julia Behrens ກ່ຽວກັບການສະກັດກັ້ນໂລກລະບາດໂຄວິດ-19 ຢູ່ຫວຽດນາມ, ໃນນັ້ນ ນັກຂ່່າວຜູ້ນີ້ໃຫ້ຮູ້ວ່າ, ໃນຮອບເວລາເກືອບ 3 ເດືອນຜ່່ານມາ, ຫວຽດນາມ ບໍ່ພົບຜູ້ຕິດໂລກລະບາດໂຄວິດ-19 ໃໝ່ໃນຊຸມຊົນ ແລະ ບັນດາກໍລະນີຕິດເຊື້ອ ລ້ວນແຕ່ແມ່ນຜູ້ເຂົ້າເມືອງ ແລະ ໄດ້ແຍກຕົວ. ຍ້ອນເຫດນັ້ນ, ບັນດາເຫດການໃຫຍ່ຍັງຖືກດຳເນີນໄປ, ບັນດາກອງປະຊຸມຍັງໄດ້ຈັດໂດຍກົງ, ການເຄື່ອນໄຫວຂອງຕະຫຼາດບໍ່ຖືກຕັດຕອນ ສ່ວນຫຼາຍຍັງດຳເນີນເປັນປົກກະຕິ… ບົດຂຽນໄດ້ຄັດສະເໜີຄຳເວົ້າຂອງທ່ານສາດສະດາຈານ, ປະລິນຍາເອກ, Thirumalaisamy P. Velavan, ມະຫາວິທະຍາໄລສັງລວມ Tubinge ຢູ່ເຢຍລະມັນ ຖືວ່າ, ຍ້ອນມີປະຕິລິຍາໂດຍດ່ວນຕໍ່ການແຜ່ລະບາດຂອງໂລກລະບາດໂຄວິດ-19 ແມ່ນປັດໃຈຕັດສິນເຖິງໄຊຊະນະຂອງຫວຽດນາມ. ທຸກກໍລະນີ, ລວມທັງຜູ້ຖືກສົງໄສຕິດເຊື້ອພະຍາດໂຄວິດ-19 ລ້ວນແຕ່ໄດ້ແຈ້ງຜ່ານບັນດາພາຫະນະສື່ມວນຊົນແຫ່ງລັດ.
(ແຫຼ່ງຄັດຈາກ VOV)

top