ຂ່າວສານ

ຫວຽດນາມ ນຳພາອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື

      ທ່ານເລຂາທິການໃຫຍ່ ອາຊຽນ Dato Lim Jock Hoi ໄດ້ຕີລາຄາສູງຕໍ່ບົດບາດການເປັນ “ແບບຢ່າງ” ຂອງຫວຽດນາມ ດ້ວຍຖານະເປັນປະທານ ອາຊຽນ ໃນປີ 2020 ເຊິ່ງແມ່ນປີທີ່ເຕັມໄປດ້ວຍສິ່ງທ້າທາຍ.

ທ່ານເລຂາທິການໃຫຍ່ ອາຊຽນ Dato Lim Jock Hoi (ພາບ: AFP/TTXVN)
      ທ່ານເລຂາທິການໃຫຍ່ Dato Lim ເນັ້ນໜັກວ່າ ຫົວເລື່ອງຂອງປີປະທານ ອາຊຽນ 2020 ຂອງຫວຽດນາມ ທີ່ວ່າ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ທັງມີລັກສະນະສະຖານະການ, ທັງມີຄວາມເໝາະສົມທີ່ສຸດເມື່ອປະເຊີນໜ້າກັບໂລກລະບາດໂຄວິດ-19. ເພື່ອແກ້ໄຂສິ່ງທ້າທາຍນີ້, ຫວຽດນາມ ໄດ້ “ສູມແຫຼ່ງກຳລັງລວມທັງດ້ານເຈດຈຳນົງ ແລະ ແຫຼ່ງກຳລັງລວມ” ຂອງທັງພາກພື້ນໄດ້ສຳເລັດ, ພິເສດແມ່ນຫັນການຮັບມືຂອງ ອາຊຽນ ຕໍ່ໂລກລະບາດໃຫ້ຄົບຊຸດ.
        ທ່ານເລຂາທິການໃຫຍ່ ອາຊຽນ ຖືວ່າ: ການເກີດຄວາມບໍ່ສະຫງົບທາງດ້ານພູມສາດຍຸດທະສາດນັ້ນ, ບົດບາດປະທານຂອງ ຫວຽດນາມ ກໍ່ຊ່ວຍເພີ່ມທະວີການພົວພັນມິດຕະພາບ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາປະເທດສະມາຊິກ ກໍ່ຄືກັບບັນດາຄູ່ຮ່ວມມືຢູ່ພາຍນອກຂອງ ອາຊຽນ ໃຫ້ເລິກເຊິ່ງຂຶ້ນຕື່ມ.
(ແຫຼ່ງຄັດຈາກ VOV)


top