ຂ່າວສານ

ຫວຽດນາມ ນັບມື້ນັບຢືນຢັນບົດບາດໃນບັນດາບັນຫາທົ່ວໂລກ

ໂດຍບໍ່ຫົວຊາຕໍ່ການແຜ່ລະບາດຂອງໂລກລະບາດໂຄວິດ-19, ໂດຍສະເພາະແມ່ນໄວຣັດສາຍພັນໃໝ່ Delta, ພາບພົດຂອງ ຫວຽດນາມ ໃນເວທີສາກົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ວາລະປະຊຸມປຶກສາຫາລືລວມຂັ້ນສູງ. (ພາບ: TTXVN)

ໜັງສືພິມ The Washington Times ຂອງ ອາເມລິກາ ຫາກໍ່ລົງບົດຂຽນຕີລາຄາສູງບົດບາດຂອງຫວຽດນາມ ສຳລັບບັນດາບັນຫາມີລັກນະສະທົ່ວໂລກ, ໂດຍສະເພາະແມ່ນໃນຖານະເປັນກຳມະການບໍ່ຖາວອນສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021, ດ້ວຍເລື່ອງດຳລົງຕຳແໜ່ງປະທານໝູນວຽນສະພາຄວາມໝັ້ນຄົງສະຫະປະຊາຊາດ 2 ຄັ້ງໃນອາຍຸການນີ້.

        ບົດຂຽນຊີ້ແຈ້ງວ່າ, ໂດຍບໍ່ຫົວຊາຕໍ່ການແຜ່ລະບາດຂອງໂລກລະບາດໂຄວິດ-19, ໂດຍສະເພາະແມ່ນໄວຣັດສາຍພັນໃໝ່ Delta, ພາບພົດຂອງ ຫວຽດນາມ ໃນເວທີສາກົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ ຜ່ານເລື່ອງຮັບບົດບາດໜ້າທີ່ຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ, ພ້ອມກັບຄວາມເຊື່ອໝັ້ນດ້ວຍຕົນເອງໃນການປະສານງານ, ແລກປ່ຽນ, ເຈລະຈາກ່ຽວກັບບັນດາບັນຫາສຳຄັນ, ກໍຄືໃນຄວາມມານະພະຍາຍາມຮັກສາສັນຕິພາບ.

        ບົດຂຽນກໍ່ເນັ້ນໜັກເຖິງທີ່ຕັ້ງຂອງ ຫວຽດນາມ ໃນຄາມໝັ້ນຄົງສາກົນເມື່ອເປັນເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດ ແລະ ຂັ້ນສູງຫຼາຍຄັ້ງ. ຫວຽດນາມ ກໍ່ສະແດງໃຫ້ເຫັນບົດບາດສ້າງສັນຕິພາບທີ່ນັບມື້ນັບໃຫຍ່ຫຼວງ, ພ້ອມກັບຄວາມສາມາດ ແລະ ຄວາມໄວ້ເນື້ອເຊື່ອໃຈທີ່ນັບມື້ນັບເຕີບໃຫຍ່ເຂັ້ມແຂງສຳລັບບົດບາດໄກເກ່ຍສຳຄັນໃນອາຊຽນ ກ່ຽວກັບບັນດາບັນຫາຄວາມໝັ້ນຄົງຢູ່ພາກພື້ນ. ດ້ວຍເລື່ອງນຳໃຊ້ກົນໄກການຕະຫຼາດຢ່າງຖືກຕ້ອງ ແລະ ບັນລຸຜົນສຳເລັດ, ເສດຖະກິດຂອງຫວຽດນາມ ໃນກວ່າ 2 ທົດສະວັດຜ່ານມາໄດ້ຮັບໝາກຜົນໜ້າປະທັບໃຈຫຼາຍຢ່າງ.

        ຄຽງຂ້າງນັ້ນ, ຫວຽດນາມ ໄດ້ ແລະ ພວມຕັ້ງໜ້າເຂົ້າຮ່ວມບັນດາຄວາມມານະພະຍາຍາມຮັກສາສັນຕິພາບຂອງສະຫະປະຊາຊາດ. ຍິ່ງກວ່ານັ້ນ, ຍາມໃດຫວຽດນາມ ກໍ່ຊຸກຍູ້ລັດທິຫຼາຍຝ່າຍ, ເຄົາລົບກົດໝາຍ ແລະ ກົດບັດສະຫະປະຊາຊາດ ແລະ ໃນຫຼາຍບັນຫາອື່ນໆອີກ.

(ແຫຼ່ງຄັດຈາກ VOV)


top