ຂ່າວສານ

ຫວຽດນາມ ນອນໃນກຸ່ມປະເທດແຖວໜ້າຂອງ ອາຊີ ກ່ຽວກັບການຮັບປະກັນສິດທິເດັກຍິງ

      ໃນຈຳນວນ 19 ປະເທດໃນພາກພື້ນ ອາຊີ, ຫວຽດນາມ ຢືນອັນດັບທີ 4. ໃນນັ້ນ, ຫວຽດນາມ ນຳໜ້າພາກພື້ນໃນຂົງເຂດກົດໝາຍ ແລະ ນະໂຍບາຍ ພ້ອມກັບ ຟີລິບປິນ ແລະ ໄທ; ຢືນອັນດັບທີ 2 ໃນຂົງເຂດຄວາມສາມາດເປັນຜູ້ຕ່າງໜ້າ ແລະ ບົດບາດທາງດ້ານການເມືອງ ເຊິ່ງຖັດມາຈາກ ສິງກະໂປ.
(ພາບປະກອບ: TTXVN)
      ຕາມບົດລາຍງານ “ເດັກຍິງ ພາກພື້ນ ອາຊີ - ປາຊີຟິກ 2021: ສຽງເວົ້າ, ການຄັດເລືອກ ແລະ ກຳລັງແຮງ” ໂດຍອົງການ Plan International, ປະກາດໃນວັນທີ 5 ພະຈິກ ໃຫ້ຮູ້ວ່າ ຫວຽດນາມ ນອນໃນກຸ່ມປະເທດແຖວໜ້າຂອງ ອາຊີ ກ່ຽວກັບການຮັບປະກັນການເຂົ້າຮ່ວມຂອງເດັກຍິງໃນຊີວິດການເມືອງ ແລະ ນະໂຍບາຍ. ບົດລາຍງານການຄົ້ນຄວ້າກາລະໂອກາດຂອງເດັກຍິງ ແລະ ແມ່ຍິງຢູ່ 19 ປະເທດ ອາຊີ ແລະ 14 ປະເທດ ປາຊີຟິກ. ດັດຊະນີເດັກຍິງເປັນຜູ້ນຳໃນ ອາຊີ ຖືກກຳນົດໂດຍອີງໃສ່ 6 ຂົງເຂດດັ່ງນີ້: ການສຶກສາ; ສຸຂະພາບ; ໂອກາດເສດຖະກິດ; ການປົກປ້ອງ; ຄວາມສາມາດເປັນຜູ້ຕ່າງໜ້າ ແລະ ບົດບາດທາງດ້ານການເມືອງ; ກົດໝາຍ ແລະ ນະໂຍບາຍ.
        ໃນຈຳນວນ 19 ປະເທດໃນພາກພື້ນ ອາຊີ, ຫວຽດນາມ ຢືນອັນດັບທີ 4. ໃນນັ້ນ, ຫວຽດນາມ ນຳໜ້າພາກພື້ນໃນຂົງເຂດກົດໝາຍ ແລະ ນະໂຍບາຍ ພ້ອມກັບ ຟີລິບປິນ ແລະ ໄທ; ຢືນອັນດັບທີ 2 ໃນຂົງເຂດຄວາມສາມາດເປັນຜູ້ຕ່າງໜ້າ ແລະ ບົດບາດທາງດ້ານການເມືອງ ເຊິ່ງຖັດມາຈາກ ສິງກະໂປ. ບັນດາດັດຊະນີກ່ຽວກັບຂົງເຂດສຸຂະພາບ ແລະ ການສຶກສາ ຂອງ ຫວຽດນາມ ກໍເພີ່ມຂຶ້ນ ເມື່ອທຽບໃສ່ດັດຊະນີທີ່ໄດ້ປະກາດເມື່ອປີ 2020.
(ແຫຼ່ງຄັດຈາກ VOV)


top