ຂ່າວສານ

ຫວຽດນາມ ນອນໃນ top ບັນດາປະເທດດີທີ່ສຸດເພື່ອໄປທ່ຽວຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້

ຫວຽດນາມ ນອນໃນ top ບັນດາປະເທດດີທີ່ສຸດເພື່ອໄປທ່ຽວຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້
Premier Village Danang Resort – Resort ຢູ່ ດ່ານັ້ງ (ພາບ: Premier village danang)

ໜັງສືພິມ Independent ຂອງ ອັງກິດ ໄດ້ຈັດ ຫວຽດນາມ ເຂົ້າໃນບັນຊີລາຍຊື່ 7 ປະເທດດີທີ່ສຸດເພື່ອໄປທ່ຽວຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ຕາມ Independent ແລ້ວ, ເດືອນ ເມສາ ແລະ ກັນຍາ ແມ່ນໄລຍະເວລາເໝາະສົມທີ່ສຸດເພື່ອໄປຢ້ຽມຢາມ ຫວຽດນາມ ແລະ ແນະນຳໃຫ້ແຂກທ່ອງທ່ຽວຄວນໄປຄົ້ນຫາ ໂຮ້ຍອານ (ແຂວງ ກວາງນາມ), ອ່າວ ຮ້າລອງ (ແຂວງ ກວາງນິງ). ບັນດາສະຖານທີ່ຢ້ຽມຢາມທຳມະຊາດອື່ນໆທີ່ເປັນໜ້າແວ່ຢ້ຽມຢາມຢູ່ ຫວຽດນາມ ຍັງມີ ເຊີນດ່ອງ, ເຊິ່ງແມ່ນຖ້ຳໃຫຍ່ທີ່ສຸດໃນໂລກ, ຢູ່ແຂວງ ກວາງບິ່ງ, ຫງູແຮ່ງເຊີນ, ຢູ່ ດ່ານັ້ງ ແລະ ດອນຊາຍຢູ່ ມຸຍແນ (ແຂວງ ບິ່ງທ້ວນ).

ນອກນັ້ນ, Tripadvisor ກໍ່ໄດ້ຈັດ Premier Village Danang Resort – Resort ຢູ່ ດ່ານັ້ງ ນອນໃນ top 10 ໂຮມແຮມທີ່ສະຫງວນໃຫ້ແກ່ຄອບຄົວເປັນມິດທີ່ສຸດຢູ່ ອາຊີ ປີ 2023.

ສ່ວນຕາມກົມສະຖິຕິ ອົດສະຕາລີ ແລ້ວ, ມີແຂກທ່ອງທ່ຽວ ອົດສະຕາລີເກືອບ 82.000 ເທື່ອຄົນໄດ້ໄປທ່ອງທ່ຽວຢູ່ ຫວຽດນາມ ໃນໄຕມາດທີ 1 ປີ 2023, ເພີ່ມຂຶ້ນ 14,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.


top