ຂ່າວສານ

ຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບກັບ ຢູແກຼນ

ຕອນບ່າຍວັນທີ 23 ເມສາ, ທີ່ຮ່າໂນ້ຍ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ໂດບ໋າຕິ້ ໄດ້ໃຫ້ການຕ້ອນຮັບກຸ່ມສະມາຊິກລັດຖະສະພາມິດຕະພາບ ຢູແກຼນ - ຫວຽດນາມ ໂດຍທ່ານນາງ Yurynets Oksana Vasylyvna ປະທານກຸ່ມເປັນຫົວໜ້າຄະນະ ເນື່ອງໃນໂອກາດມາເຮັດວຽກຢູ່ ຫວຽດນາມ ແຕ່ວັນທີ 23 – 28 ເມສາ 2018.

ທ່ານ ໂດບ໋າຕິ້ ໄດ້ໃຫ້ການຕ້ອນຮັບກຸ່ມສະມາຊິກລັດຖະສະພາມິດຕະພາບ ຢູແກຼນ - ຫວຽດນາມ 

ທ່ານຮອງປະທານສະພາແຫ່ງຊາດ ໂດບ໋າຕິ້ ຢືນຢັນວ່າ: ຫວຽດນາມ ຖືເປັນສຳຄັນການປັບປຸງ ແລະ ພັດທະນາການພົວພັນມິດຕະພາບ, ການຮ່ວມມືຫລາຍດ້ານຍາວນານກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ໃນນັ້ນ ມີຢູແກຼນ. ທ່ານຮອງປະທານສະພາແຫ່ງຊາດ ໂດບ໋າຕິ້ ສະເໜີສະພາແຫ່ງຊາດ, ສະມາຊິກລັດຖະສະພາ 2 ປະເທດ ຈົ່ງສືບຕໍ່ຮັກສາ ແລະ ເພີ່ມທະວີການສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສລັດຖະສະພາຫລາຍຝ່າຍ ຊຶ່ງ 2 ປະເທດເປັນສະມາຊິກ.

        ສ່ວນທ່ານນາງ Yurynets Oksana Vasylyvna ເຊື່ອໝັ້ນວ່າ ການຢ້ຽມຢາມຈະປະກອບສ່ວນຮັດແໜ້ນການພົວພັນລະຫວ່າງ 2 ກຸ່ມສະມາຊິກລັດຖະສະພາມິດຕະພາບ, ຜ່ານນັ້ນ ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມື ແລະ ການພົວພັນແລກປ່ຽນລະຫວ່າງອົງການນິຕິບັນຍັດ 2 ປະເທດໃຫ້ດີກ່ວາອີກ.

(ແຫຼ່ງຄັດຈາກ VOV)



top