ຂ່າວສານ

ຫວຽດນາມ ຖືເປັນສຳຄັນການປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອກັບສະວິດ

ຫວຽດນາມ ຖືເປັນສຳຄັນການປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອກັບສະວິດ, ນີ້ແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ທີ່ການຕ້ອນຮັບທ່ານລັດຖະມົນຕີ ກະຊວງເສດຖະກິດ, ການສຶກສາ ແລະ ຄົ້ນຄ້ວາແຫ່ງສະຫະພັນສະວິດ Guy Parmelin ຊຶ່ງພວມຢ້ຽມຢາມຫວຽດນາມ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານລັດຖະມົນຕີ ກະຊວງເສດຖະກິດ,
ການສຶກສາ ແລະ ຄົ້ນຄ້ວາແຫ່ງສະຫະພັນສະວິດ Guy Parmelin.
      ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ຫວຽດນາມສະແດງຄວາມຫວັງຢາກຮ່ວມມື, ແລກປ່ຽນບົດຮຽນກັບສະວິດກ່ຽວກັບວຽກງານຢູ່ສະພາຄວາມໝັ້ນຄົງ ສ.ປ.ຊ ແນໃສ່ປະຕິບັດສຳເລັດອາຍຸການຂອງຕົນ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຫວັງວ່າ ບັນດາວິສາຫະກິດຂອງສະວິດເຂົ້າມາລົງທຶນຢູ່ຫວຽດນາມໃນບັນດາຂົງເຂດທີ່ມີທ່າແຮງຄື: ການເງິນ, ທະນາຄານ, ປະກັນໄພ, ອຸສາຫະກຳການປະດິດສ້າງ, ການຢາ, ການປຸ່ງແຕ່ງຜະລິດຕະພັນກະເສດ…
    ສ່ວນທ່ານລັດຖະມົນຕີ ກະຊວງເສດຖະກິດ, ການສຶກສາ ແລະ ຄົ້ນຄ້ວາແຫ່ງສະຫະພັນສະວິດ Guy Parmelin ສະແດງຄວາມພາກພູມໃຈເມື່ອເຫັນວ່າ ມີວິສາຫະກິດສະວິດຫຼາຍແຫ່ງໄດ້ລົງທຶນຢ່າງມີປະສິດທິຜົນຢູ່ຫວຽດນາມ. ກ່ຽວກັບການເຊັນສັນຍາການຄ້າເສລີລະຫວ່າງຫວຽດນາມກັບກຸ່ມການຄ້າເສລີເອີລົບ, ທ່ານລັດຖະມົນຕີ ກະຊວງເສດຖະກິດ, ການສຶກສາ ແລະ ຄົ້ນຄ້ວາແຫ່ງສະຫະພັນສະວິດ Guy Parmelin ຖືວ່າ 2 ຝ່າຍມີຄວາມຄືບໜ້າທີ່ດີໃນການເຈລະຈາ ແລະ ປາດຖະໜາວ່າ ສັນຍານີ້ຈະໄດ້ຮັບການລົງນາມໂດຍໄວ.
 (ແຫຼ່ງຄັດຈາກ VOV)


top