ຂ່າວສານ

ຫວຽດນາມ ຖືເປັນສຳຄັນການຍູ້ແນງການພົວພັນມິດຕະພາບ, ການຮ່ວມມືຫຼາຍດ້ານກັບ ມາຣົກ

ໃນໄລຍະຈະມາເຖິງ ສະພາແຫ່ງຊາດ/ລັດຖະສະພາ 2 ປະເທດຮັກສາການແລກປ່ຽນຄະນະຜູ້ແທນ ແລະ ບັນດາການພົບປະໃນທຸກຂັ້ນ ເພື່ອແບ່ງປັນບົດຮຽນໃນວຽກງານສ້າງກົດໝາຍ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຕ້ອນຮັບທ່ານເລຂາທິການສະພາຕ່ຳ ມາຣົກ Najib El Khadi (ພາບ: TTXVN)

ຫວຽດນາມ ຖືເປັນສຳຄັນການຍູ້ແຮງການພົວພັນມິດຕະພາບ, ການຮ່ວມມືຫຼາຍດ້ານກັບ ມາຣົກ. ນີ້ແມ່ນຄຳຢືນຢັນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ທີ່ການຕ້ອນຮັບທ່ານເລຂາທິການສະພາຕ່ຳ ມາຣົກ Najib El Khadi, ປະທານສະຫະສະມາຄົມບັນດາເລຂາທິການລັດຖະສະພາໂລກ, ໃນຕອນເຊົ້າວັນທີ 21 ມິຖຸນາ, ຢູ່ ຮ່າໂນ້ຍ.

        ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ສະເໜວ່າ, ໃນໄລຍະຈະມາເຖິງ ສະພາແຫ່ງຊາດ/ລັດຖະສະພາ 2 ປະເທດຮັກສາການແລກປ່ຽນຄະນະຜູ້ແທນ ແລະ ບັນດາການພົບປະໃນທຸກຂັ້ນ ເພື່ອແບ່ງປັນບົດຮຽນໃນວຽກງານສ້າງກົດໝາຍ; ຮ່ວມມືກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ, ລັດຖະສະພາລະຫວ່າງພາກພື້ນ ແລະ ໂລກ; ພ້ອມທັງ ເພີ່ມທະວີການແລກປ່ຽນບົດຮຽນໃນກຸ່ມບັນດາສະມາຊິກລັດຖະສະພາ. ທ່ານສະເໜີວ່າ, ໃນການເຈລະຈາລະຫວ່າງທ່ານເລຂາທິການສະພາແຫ່ງຊາດ ຫວຽດນາມ ບຸຍວັນເກືອງ ແລະ ທ່ານເລຂາທິການສະພາຕ່ຳ ມາຣົກ, 2 ຝ່າຍພ້ອມກັນແບ່ງປັນກ່ຽວກັບການຈັດຕັ້ງວຽກງານ ແລະ ການເຄື່ອນໄຫວຂອງກົງຈັກຊ່ວຍວຽກຂອງອົງການນິຕິບັນຍັດ 2 ປະເທດ, ພ້ອມທັງແບ່ງປັນບົດຮຽນຂອງສະພາຕ່ຳ ມາຣົກ ກັບ ຫວຽດນາມ.

        ສ່ວນທ່ານ Najib El Khadi, ປາດຖະໜາວ່າ, 2 ຝ່າຍສືບຕໍ່ເພີ່ມທະວີການຮ່ວມມືໃນຫຼາຍດ້ານ; ພິເສດ, ເຈົ້າຊີວິດ ມາຣົກ ກໍ່ມີຄວາມສົນໃຈ, ຊຸກຍູ້ການພົວພັນຮ່ວມມື ໃຕ້ - ໃຕ້ ກັບ ຫວຽດນາມ.


top