ຂ່າວສານ

ຫວຽດນາມ ຖືເປັນສຳຄັນ ແລະ ມີຄວາມຫວັງຢາກພ້ອມກັບ ສະວິດ ເປີດໄລຍະຮ່ວມມືໃໝ່

      ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານາທິບໍດີສະຫະພັນ ສະວິດ Guy Parmelin ແລະ ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຢ້ຽມຢາມສະຫະພັນສະວິດ ແລະ ສະຫະພັນ ລັດເຊຍໃນລະຫວ່າງວັນທີ 25 ພະຈິກ ຫາວັນທີ 2 ທັນວາ 2021. ການຢ້ຽມຢາມແມ່ນເຫດການສຳຄັນ ເພື່ອແນໃສ່ປັບປຸງການພົວພັນສອງຝ່າຍ, ສ້າງພື້ນຖານໃຫ້ແກ່ບັນດາຂົງເຂດຮ່ວມມືໃໝ່ລະຫວ່າງ ຫວຽດນາມ ກັບ ສະວິດ ແລະ ລັດເຊຍ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ (ພາບ: vtc.vn)
      ສະວິດແມ່ນສະຖານທີ່ຢ້ຽມຢາມແຫ່ງທຳອິດ ຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໃນການປະຕິບັດງານຄັ້ງນີ້. ການຢ້ຽມຢາມມີຄວາມໝາຍພິເສດ ໃນສະພາບການສະເຫຼີມສະຫຼອງ ວັນສອງປະເທດສ້າງຕັ້ງການພົວພັນທາງການທູດ ຄົບຮອບ 50 ປີ (11 ຕຸລາ 1971 – 11 ຕຸລາ 2021) ແລະ ການຮ່ວມມືພັດທະນາຄົບຮອບ 30 ປີ.
50 ປີແຫ່ງການເພີ່ມພຸນຄຸນສ້າງການພົວພັນທີ່ເປັນມູນເຊື້ອ
      ສະວິດແມ່ນໜຶ່ງໃນບັນດາປະເທດຝ່າຍຕາເວັນຕົກທຳອິດ ສ້າງຕັ້ງການພົວພັນທາງການທູດ ກັບ ຫວຽດນາມ ໃນຈຸດ ເວລາ ຫວຽດນາມ ປະສົບກັບຄວາມຫຍຸ້ງຍາກທີ່ສຸດ, ທັງດຳເນີນການຕໍ່ສູ້ເພື່ອທ້ອນໂຮມປະເທດຊາດ ຢູ່ພາກໃຕ້, ທັງສຸມໃສ່ສ້າງສັງຄົມນິຍົມ ຢູ່ພາກເໜືອ. ໃນຕົວຈິງແລ້ວ, ການພົວພັນສອງຝ່າຍ ໄດ້ສ້າງຕັ້ງຂຶ້ນກ່ອນນັ້ນ ແລະ ຄ່ອຍໆ ໄດ້ເພີ່ມພູນຄູນສ້າງຕາມວັນເວລາ ພ້ອມກັບເຫດການສຳຄັນຫຼາຍຢ່າງ ເຊິ່ງພົ້ນເດັ່ນຂຶ້ນ ແມ່ນ ເລື່ອງສະວິດ ເປັນສັກຂີພິຍານໃຫ້ແກ່ສົນທິສັນຍາ ເຊີແນວ ປະຫວັດສາດ, ເຊິ່ງໄດ້ຮັບການລົງທຶນໃນ ວັນທີ 20 ກໍລະກົດ ປີ 1954 ຮັບຮູ້ ປະເທດ ຫວຽດນາມ ທີ່ມີເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖວ້ນ.
      50 ປີທີ່ຜ່ານມາ, ການພົວພັນສອງຝ່າຍ ນັ້ນບັນລຸໄດ້ບາດກ້າວທີ່ດີພໍສົມຄວນໃນທຸກຂົງເຂດ. ການຮ່ວມມືໃນເບື້ອງຕົ້ນລະຫວ່າງ ສອງປະເທດສຸມໃສ່ຕົ້ນຕໍ່ເຖິງການຊ່ວຍເຫຼືອດ້ານມະນຸດສະທຳ ແລະ ໜູນຊ່ວຍການພັດທະນາ. ໃນ 3 ທົດສະວັດຜ່ານມາ, ລັດຖະບານ ສະວິດ ໄດ້ສະໜອງເງິນເປັນຈຳນວນກ່ວາ 600 ລ້ານ USD ເພື່ອໜູນຊ່ວຍການພັດທະນາເສດຖະກິດ ສັງຄົມ ຂອງ ຫວຽດນາມ. ເດືອນມີນາ ປີ 2021, ສະວິດໄດ້ປະກາດໂຄງການຮ່ວມມືພັດທະນາ ສະວິດ - ຫວຽດນາມ 2021 – 2024 ດ້ວຍທຶນ ODA ແມ່ນ 70 ລ້ານ CHF, ຕາມນັ້ນແລ້ວ ຫວຽດນາມ ສືບຕໍ່ແມ່ນໜຶ່ງ ໃນຈຳນວນໜ້ອຍປະເທດນອນໃນບັນຊີລາຍຊື່ຄູ່ຮ່ວມມືບຸລິມະສິດ.
      ຊຸມວັນຜ່ານມາ, ສອງຝ່າຍໄດ້ດຳເນີນການຢ້ຽມຢາມແລກປ່ຽນຄະນະຂັ້ນສູງ ກ່ວາ 30 ຄັ້ງ. ຫວ່າງມໍ່ໆມານີ້ ແມ່ນການຢ້ຽມຢາມ ຫວຽດນາມ ຂອງທ່ານຮອງປະທານາທິບໍດີ, ທ່ານລັດຖະມົນຕີການຕ່າງປະເທດ ສະວິດ Ignazio Cassis  (ເດືອນສິງຫາ 2021). ແລະປັດຈຸບັນ ແມ່ນການຢ້ຽມຢາມສະວິດຢ່າງເປັນທາງການ ຂອງທ່ານປະທານປະເທດ ຫງວຽນຊວັນຟຸກ.
      ແບ່ງປັນຄວາມຫຍຸ້ງຍາກ ແລະ ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງ ລັດຖະບານ ຫວຽດນາມ ໃນການຮັບມືກັບການລະບາດໂຄວິດ - 19 ຮອບຕ່າງໆ, ໄລຍະຜ່ານມາ ສະວິດໄດ້ໜູນຊ່ວຍໃຫ້ແກ່ ຫວຽດນາມ ອຸປະກອນການແພດ 13 ໂຕນ. ມີວິສາຫະກິດ ສະວິດ ຈຳນວນໜຶ່ງ ກໍ່ຊ່ວຍເຫຼືອ ສະໜັບສະໜູນກອງທຶນວັກຊິນກັນໂຄວິດ - 19 ໂດຍສະຖານທູດ ຫວຽດນາມ ປະຈຳ Bern ປຸກລະດົມ.
      ໃນການຮ່ວມມືດ້ານເສດຖະກິດ, ຍອດວົງເງິນການສົ່ງອອກ ນຳເຂົ້າ ລະຫວ່າງ ຫວຽດນາມ ແລະ ສະວິດໃນປີ 2020 ແລະ ໃນຊຸມປີ 2016 - 2018 ຮັກສາຢູ່ລະດັບຕ່ຳກ່ວາ 1 ຕື້ USD. ມີບໍລິສັດສະວິດກ່ວາ 100 ແຫ່ງ ລວມມີບັນດາບໍລິສັດທີ່ມີຊື່ສຽງແຖວໜ້າໂລກຄື: Nestle, ABB, Novartis, Roche, Zuellig Pharma, Holcim, Schindler...ໄດ້ດຳເນີນທຸລະກິດສຳເລັດຜົນຢູ່ ຫວຽດນາມ ດ້ວຍຍອດເງິນລົງທຶນເກືອບ 2 ຕື້ USD, ນຳ ສະວິດກາຍເປັນນັກລົງທຶນເອີລົບໃຫຍ່ອັນດັບທີ 6 ຢູ່ ຫວຽດນາມ. ຕີລາຄາກ່ຽວກັບການພົວພັນສອງຝ່າຍ ເນື່ອງໃນໂອກາດວັນຫວຽດນາມ ຢູ່ສະວິດ (ເດືອນຕຸລາ 2021), ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ດັ້ງຮ່ວາງຢາງ ຖືວ່າ:
      ການພົວພັນມິດຕະພາບ ອັນຍາວນານ ແລະ ມີຊີວິດຊີວານັ້ນ ແມ່ນພື້ນຖານອັນໝັ້ນແກ່ນ ເພື່ອໃຫ້ລັດຖະບານ ແລະ ປະຊາຊົນສອງປະເທດ  ເສີມສ້າງ, ພັດທະນາ, ບັນລຸໄດ້ໝາກຜົນທີ່ຕັ້ງໜ້າໃນຫຼາຍຂົງເຂດ ຢ່າງບໍ່ຢຸດຢັ້ງ. ໃນການຮ່ວມມືພັດທະນາ, ສະວິດໄດ້ຮັກສາການຮ່ວມມືພັດທະນາ ໃຫ້ຫວຽດນາມ ໃນຕະຫຼອດໄລຍະ 30 ປີຜ່ານມາ. ບັນດາໂຄງການນັບທັງສອງຝ່າຍ ແລະ ຫຼາຍຝ່າຍລ້ວນແຕ່ປະກອບສ່ວນຢ່າງມີປະສິດທິຜົນໃຫ້ແກ່ບັນດາໝາກຜົນພັດທະນາດ້ານເສດຖະກິດສັງຄົມ ແລະ ປະຕິບັດບັນດາເປົ້າໝາຍສະຫັດສະວັດ, ມຸ່ງໄປເຖິງເປົ້າໝາຍພັດທະນາແບບຍືນຍົງຢູ່ ຫວຽດນາມ.
      ການພົວພັນສອງຝ່າຍຈະສືບຕໍ່ເປີດກວ້າງ ແລະ ເຂົ້າສູ່ລວງເລິກ
      ອາດເວົ້າໄດ້ວ່າຜົນງານດີເດັ່ນທີ່ສຸດ ເຊິ່ງ ຫວຽດນາມ ແລະ ສະວິດບັນລຸໄດ້ໃນ ໄລຍະ 50 ປີຜ່ານມາ ແມ່ນຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນ ໃນຫຼາຍຂົງເຂດ, ການແບ່ງປັນບັນດາມູນຄ່າລວມຂອງທົ່ວໂລກ ແລະ ພິເສດ ແມ່ນການສະໜິດຕິດພັນ ລະຫວ່າງປະຊາຊົນສອງປະເທດ.
ດ້ວຍລັກສະນະເພີ່ມເຕີມຂອງ ສອງພື້ນຖານເສດຖະກິດ ແລະ ກຳລັງໜູນດ້ານການເມືອງຢ່າງແຮງ ຄືໃນປັດຈຸບັນ, ການພົວພັນຮ່ວມມືຂອງ ຫວຽດນາມ - ສະວິດຈະສືບຕໍ່ເປີດກວ້າງ ແລະ ເຂົ້າສູ່ລວງເລິກ, ຫັນຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ດູແລສຸຂະພາປະກົດຜົນເປັນຈິງ. ເລື່ອງການລົງນາມສັນຍາການຄ້າເສລີ (FTA) ລະຫວ່າງ ຫວຽດນາມ ແລະ ສະຫະສະມາຄົມການຄ້າເສລີ ເອີລົບ (EFTA) ເຊິ່ງ ສະວິດແມ່ນໜຶ່ງໃນບັນດາປະເທດພາຄີສ້າງຕັ້ງໄດ້ຮັບການປະຕິບັດໂດຍໄວ ຈະສ້າງກຳລັງໜູນໃຫຍ່ໃຫ້ແກ່ການພົວພັນດ້ານເສດຖະກິດ ແລະ ການຄ້າສອງຝ່າຍ. ແບ່ງປັນເນື່ອງໃນເຫດການວັນຫວຽດນາມ ຢູ່ ສະວິດ, ທ່ານເອກອັກຄະລັດຖະທູດ ສະວິດປະຈຳ ຫວຽດນາມ Ivo Sieber ເຊື່ອໝັ້ນວ່າ:
ຂ້າພະເຈົ້າມີຄວາມເຊື່ອໝັ້ນຕໍ່ອະນາຄົດຂອງ 2 ປະເທດ ດ້ວຍພື້ນຖານອັນໝັ້ນແກ່ນ ຂອງການພົວພັນລະຫວ່າງສະວິດ ແລະ ຫວຽດນາມ. ພວກເຮົາມີການຮ່ວມມືຢ່າງກ້ວາງຂວາງໃນຫຼາຍຂົງເຂດຄື: ການເມືອງ, ເສດຖະກິດ, ວັດທະນະທຳ, ການຄົ້ນຄ້ວາ. ຂ້າພະເຈົ້າຄິດວ່ານີ້ແມ່ນບັນດາຂົງເຂດເຊິ່ງພວກເຮົາສືບຕໍ່ເພີ່ມທະວີການຮ່ວມມື. ທັງສອງປະເທດພວມເຈລະຈາສັນຍາການຄ້າເສລີ ແລະ ພວກຂ້າພະເຈົ້າເຊື່ອໝັ້ນວ່າ ວິວັດກາເຈລະຈາອາດຈະສິ້ນສຸດໂດຍໄວ, ສ້າງກາລະໂອກາດທາງການຄ້າຫຼາຍຢ່າງ, ຕັ້ງພື້ນຖານເສດຖະກິດຢ່າງໝັ້ນແກ່ນກ່ວາອີກ. ພາຍຫຼັງເປີດປະຕູຄືນໃໝ່, ພວກເຮົາຈະພັດທະນາການທ່ອງທ່ຽວ, ການພົວພັນແລກປ່ຽນລະຫວ່າງນັກທຸລະກິດ, ນັກການເມືອງ ແລະ ບັນດານັກຄົ້ນຄ້ວາ ຢ່າງແຮງກ່ວາອີກ. ສິ່ງນີ້ຈະເປີດກາລະໂອກາດເພື່ອເພີ່ມທະວີການຮ່ວມມືໃນອະນາຄົດ.
      ບັນດາຜົນງານເຊິ່ງ ຫວຽດນາມ ແລະ ສະວິດບັນລຸໄດ້ໃນ 50 ປີຜ່ານມາໄດ້ສະແດງໃຫ້ເຫັນຄວາມສາມາດບົ່ມຊ້ອນຂອງສາຍພົວພັນຮ່ວມມືຫວຽດນາມ - ສະວິດ. ການຢ້ຽມຢາມສະຫະພັນ ສະວິດ ຢ່າງເປັນທາງການຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ຄັ້ງນີ້ ຈະປະກອບສ່ວນປັບປຸງນ້ຳໃຈມິດຕະພາບ, ຢັ້ງຢືນຄຳໝັ້ນສັນຍາສືບຕໍ່ຮ່ວມມື, ສ້າງພື້ນຖານໃຫ້ແກ່ການພົວພັນສອງຝ່າຍ ເປີດກວ້າງ ແລະ ເພີ່ມທະວີໃນອະນາຄົດ. 
 (ແຫຼ່ງຄັດຈາກ VOV)


top