ຂ່າວສານ

ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນກັບ ບຣາຊິນ

ທ່ານນາງ ປາດຖະໜາວ່າ, 2 ປະເທດສືບຕໍ່ເອົາໃຈໃສ່ເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ທ່ອງທ່ຽວ, ວັດທະນະທຳ, ການສຶກສາ…
  ທ່ານນາງຜູ້ຮັກສາການປະທານປະເທດ ຫວໍທິແອັງຊວັນ ຕ້ອນຮັບທ່ານເອກອັກຄະລັດຖະທູດ ບຣາຊິນ ປະຈຳ ຫວຽດນາມ Fernando Apparício da Silva (ພາບ: TTXVN)  

ຕອນບ່າຍວັນທີ 06 ກຸມພາ, ຢູ່ ຮ່າໂນ້ຍ, ທ່ານນາງຜູ້ຮັກສາການປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ບຣາຊິນ ປະຈຳ ຫວຽດນາມ Fernando Apparício da Silva, ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດໜ້າທີ່ປະຕິບັດງານຢູ່ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານນາງ ຫວໍທິແອັງຊວັນ ຢືນຢັນວ່າ, ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນກັບ ບຣາຊິນ ຫຼາຍກວ່າເກົ່າ; ພ້ອມທັງສະເໜີໃຫ້ 2 ປະເທດຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ ເພື່ອສ້າງກຳລັງໜູນໃຫ້ກແກ່ການພົວພັນ 2 ຝ່າຍໃນໄລຍະຈະມາເຖິງ. ທ່ານນາງ ປາດຖະໜາວ່າ, 2 ປະເທດສືບຕໍ່ເອົາໃຈໃສ່ເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ທ່ອງທ່ຽວ, ວັດທະນະທຳ, ການສຶກສາ… ຫວຽດນາມ ເຊື່ອໝັ້ນວ່າ ລັດຖະບານ ບຣາຊິນ ສືບຕໍ່ສະໜັບສະໜູນການເລີ່ມດຳເນີນການເຈລະຈາສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ຕະຫຼາດລວມ ອາເມລິກາໃຕ້ (MERCOSUR). 

ສ່ວນທ່ານເອກອັກຄະລັດຖະທູດ Fernando Apparício da Silva, ສະແດງຄວາມປິຕິຊົມຊື່ນ ຍ້ອນວ່າ ໃນອາຍຸການຜ່ານມາ ໄດ້ມີການປະກອບສ່ວນເຂົ້າໃນການພັດທະນາສາຍພົວພັນຂອງ 2 ປະເທດ. ທ່ານກໍ່ຊົມເຊີຍບັນດາຜົນງານຂອງ ຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ການຟື້ນຟູພັດທະນາເສດຖະກິດ, ສັງຄົມຂອງ ຫວຽດນາມ.

 


top