ຂ່າວສານ ຫວຽດນາມ ຖືເປັນສຳຄັນ, ອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳຫລາຍຮູບຫລາຍສີຂອງບັນດາຊົນເຜົ່າ 03/12/2017 ວັນທີ 01 ທັນວາ (ຕາມເວລາ ຫວຽດນາມ) ທີ່ສຳນັກງານສະຫະປະຊາຊາດ ຢູ່ ນິວຢອກ, ປະເທດ ອາເມລິກາ, ພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ເວເນຊູເອລາ, ປະເທດປະທານຂະບວນການບໍ່ຮ່ວມກຸ່ມ, ກອງປະຊຸມຂະບວນການບໍ່ຮ່ວມກຸ່ມກັບສິດທິມະນຸດ ແລະ ວັດທະນະທຳຫລາຍຮູບຫລາຍສີໄດ້ໄຂຂຶ້ນ. ຫົວຂໍ້ຂອງກອງປະຊຸມໃນປີນີ້ແມ່ນ “ຄວາມສາມັກຄີ, ເຈລະຈາ, ຜ່ອນຜັນໃນໂລກຫລາຍຮູບຫລາຍແບບ: ມຸ່ງໄປເຖິງພື້ນຖານວັດທະນະທຳສັນຕິພາບ”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ ຊົມເຊີຍໄດ້ ແລະ ສະໜັບສະໜູນເລື່ອງ ກອງປະຊຸມຮັບຮອງເອົາຖະແຫຼງການການເມືອງ ແລະ ໂຄງການດຳເນີນງານ. ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ຢືນຢັນວ່າ: ຫວຽດນາມ ສະໜັບສະໜູນການເຈລະຈາ ແລະ ການຮ່ວມມືກໍ່ສ້າງ ບົນພື້ນຖານເຄົາລົບເຊິ່ງກັນ ແລະ ກັນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງບັນດາປະເທດມີອະທິປະໄຕ. ທ່ານນາງເອກອັກຄະລັດຖະທູດ ຢືນຢັນວ່າ ຫວຽດນາມ ແມ່ນປະເທດມີຫລາຍຊົນເຜົ່າ ດ້ວຍມູນເຊື້ອວັດທະນະທຳທີ່ອຸດົມສົມບູນ, ຫວຽດນາມ ຖືເປັນສຳຄັນພິເສດ ແລະ ປະຕິບັດບັນດານະໂຍບາຍ ເພື່ອອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳຫລາຍຮູບຫລາຍສີຂອງບັນດາຊົນເຜົ່າ, ຖືນີ້ແມ່ນປັດໄຈສຳຄັນທີ່ສຸດ, ປະກອບສ່ວນຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ພັດທະນາແບບຍືນຍົງ. (ແຫຼ່ງຄັດຈາກ VOV)

ວັນທີ 01 ທັນວາ (ຕາມເວລາ ຫວຽດນາມ) ທີ່ສຳນັກງານສະຫະປະຊາຊາດ ຢູ່ ນິວຢອກ, ປະເທດ ອາເມລິກາ, ພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ເວເນຊູເອລາ, ປະເທດປະທານຂະບວນການບໍ່ຮ່ວມກຸ່ມ, ກອງປະຊຸມຂະບວນການບໍ່ຮ່ວມກຸ່ມກັບສິດທິມະນຸດ ແລະ ວັດທະນະທຳຫລາຍຮູບຫລາຍສີໄດ້ໄຂຂຶ້ນ. ຫົວຂໍ້ຂອງກອງປະຊຸມໃນປີນີ້ແມ່ນ “ຄວາມສາມັກຄີ, ເຈລະຈາ, ຜ່ອນຜັນໃນໂລກຫລາຍຮູບຫລາຍແບບ: ມຸ່ງໄປເຖິງພື້ນຖານວັດທະນະທຳສັນຕິພາບ”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ ຊົມເຊີຍໄດ້ ແລະ ສະໜັບສະໜູນເລື່ອງ ກອງປະຊຸມຮັບຮອງເອົາຖະແຫຼງການການເມືອງ ແລະ ໂຄງການດຳເນີນງານ. ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ຢືນຢັນວ່າ: ຫວຽດນາມ ສະໜັບສະໜູນການເຈລະຈາ ແລະ ການຮ່ວມມືກໍ່ສ້າງ ບົນພື້ນຖານເຄົາລົບເຊິ່ງກັນ ແລະ ກັນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງບັນດາປະເທດມີອະທິປະໄຕ. ທ່ານນາງເອກອັກຄະລັດຖະທູດ ຢືນຢັນວ່າ ຫວຽດນາມ ແມ່ນປະເທດມີຫລາຍຊົນເຜົ່າ ດ້ວຍມູນເຊື້ອວັດທະນະທຳທີ່ອຸດົມສົມບູນ, ຫວຽດນາມ ຖືເປັນສຳຄັນພິເສດ ແລະ ປະຕິບັດບັນດານະໂຍບາຍ ເພື່ອອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳຫລາຍຮູບຫລາຍສີຂອງບັນດາຊົນເຜົ່າ, ຖືນີ້ແມ່ນປັດໄຈສຳຄັນທີ່ສຸດ, ປະກອບສ່ວນຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ພັດທະນາແບບຍືນຍົງ. (ແຫຼ່ງຄັດຈາກ VOV)