ຂ່າວສານ

ຫວຽດນາມ ຖືສຳຄັນບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈເພື່ອແນໃສ່ສະກັດກັ້ນການປະທະກັນ ແລະ ຊຸກຍູ້ສັນຕິພາບແບບຍືນຍົງ

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຖືສຳຄັນຂອງການເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ເຊື່ອໝັ້ນເຊິ່ງກັນ ແລະ ກັນ...
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ເຂົ້າຮ່ວມກອງປະຊຸມ

ວັນທີ 3 ພຶດສະພາ, ຢູ່ນິວຢອກ, ປະເທດ ອາເມລິກາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມເປີດຂັ້ນສູງ ດ້ວຍຫົວຂໍ້ “ຮັບປະກັນຄວາມໄວ້ເນື້ອເຊື່ອໃຈໃນອະນາຄົດ ເພື່ອພື້ນຖານສັນຕິພາບແບບຍືນຍົງ”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ສປຊ, ຮຽກຮ້ອງໃຫ້ປະຊາຄົມສາກົນ, ພິເສດແມ່ນບັນດາປະເທດໃຫຍ່, ຄວນມີການກະທຳດ້ວຍເຈດຕະນາດີ ແລະ ມີຄວາມຮັບຜິດຊອບ, ເຄົາລົບກົດໝາຍສາກົນ ແລະ ກົດບັດ ສປຊ, ກໍ່ຄືເຄົາລົບຜົນປະໂຫຍດຖືກຕ້ອງຕາມກົດໝາຍຂອງທຸກໆຝ່າຍກ່ຽວຂ້ອງໃນການສະກັດກັ້ນ ແລະ ແກ້ໄຂການປະທະກັນ.

        ກ່ຽວກັບການສ້າງສັນຕິພາບຫຼັງການປະທະກັນ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຖືສຳຄັນຂອງການເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ເຊື່ອໝັ້ນເຊິ່ງກັນ ແລະ ກັນ, ພິເສດແມ່ນລະຫວ່າງບັນດາຄະນະປະຕິບັດງານຮັກສາສັນຕິພາບ ສປຊ ກັບອຳນາດການປົກຄອງ, ປະຊາຊົນ ກໍ່ຄືບັນດາກຳລັງການເມືອງ, ປະກອບອາວຸດຂອງປະເທດຮັບຕ້ອນ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ກໍ່ຮຽກຮ້ອງປະຊາຄົມສາກົນ ແລະ ສະພາຄວາມໝັ້ນຄົງ ສປຊ ຊຸກຍູ້ບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ ເພື່ອແນໃສ່ແກ້ໄຂຫຼັກການເຖິງກົກເຖິງຮາກຂອງການປະທະກັນຄື: ຄວາມທຸກຍາກ ແລະ ຂາດຄວາມສະເໝີພາບ, ພ້ອມທັງກຳນົດການສ້າງຄວາມໄວ້ເນື້ອເຊື່ອໃຈແມ່ນໜຶ່ງໃນບັນດາປັດໄຈຕົ້ນຕໍຂອງໂຄງການດຳເນີນງານໃໝ່ ເພື່ອສັນຕິພາບຂອງເລຂາທິການໃຫຍ່ ສປຊ.

 


top