ຂ່າວສານ

ຫວຽດນາມ ຖືການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຈີນ ເປັນສຳຄັນ

      ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ຢືນຢັນວ່າ: ພັກ, ລັດຖະບານ ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຈີນ.

ທ່ານກຳມະການໃນຄະນະລັດຖະບານ ຈີນ ຫວາງອີ ແລະ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບີ່ງມິງ
      ຕອນບ່າຍວັນທີ 1 ເມສາ, ຢູ່ຮ່າໂນ້ຍ, ທ່ານ ຟ້າມບີ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ເຈລະຈາກັບທ່ານ ຫວາງອີ, ກຳມະການໃນຄະນະລັດຖະບານ, ລັດຖະມົນຕີການຕ່າງປະເທດ ຈີນ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ ເປີດກ້ວາງ (GMS) ຄັ້ງທີ 6.
        ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ຢືນຢັນວ່າ: ພັກ, ລັດຖະບານ ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຈີນ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ສະເໜີໃຫ້ ຈີນ  ສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ບັນດາປະເພດສິນຄ້າທີ່ມີທ່າແຮງຂອງ ຫວຽດນາມ ໄດ້ນຳເຂົ້າເຂົ້າຕະຫຼາດຈີນ ຫຼາຍກ່ວາອີກ; ຊຸກຍູ້ການຄ້າ 2 ຝ່າຍພັດທະນາຢ່າງດຸ່ນດຽງ, ໂປ່ງໃສ.
        ກ່ຽວກັບບັນຫາບົນທະເລ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ສະເໜີໃຫ້ 2 ຝ່າຍປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງຢ່າງເຂັ້ມງວດ, “ຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານການຊີ້ນຳແກ້ໄຂບັນຫາບົນທະເລ ຫວຽດນາມ -  ຈີນ”, ພະຍາຍາມແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982. ປະຕິບັດ “ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ” (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ພ້ອມກັບບັນດາປະເທດ ອາຊຽນ ແລກປ່ຽນບັນດາເນື້ອໃນລະອຽດ, ແທດຈິງຂອງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງຕັ້ງໜ້າ; ຄວບຄຸມຄວາມບໍ່ລົງລອຍກັນບົນທະເລ, ບໍ່ຄວນມີການກະທຳທີ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ ແລະ ເປີດກ້ວາງການຂັດແຍ້ງ, ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກໃຫ້ເປັນຢ່າງດີ.

ການເຈລະຈາລະຫວ່າງ 2 ຝ່າຍ
      ສ່ວນທ່ານ ຫວາງອີ ຢືນຢັນວ່າ: ພັກ, ລັດ ຈີນ ຖືເປັນສຳຄັນການປັບປຸງ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຈີນ - ຫວຽດນາມ ຢ່າງບໍ່ຢຸດຢັ້ງ. ຈີນ ພ້ອມແລ້ວທີ່ຈະຮ່ວມກັບ ຫວຽດນາມ ມານະພະຍາຍາມ, ເພີ່ມທະວີການແລກປ່ຽນຍຸດທະສາດ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີປະສິດທິຜົນ, ແກ້ໄຂບັນດາຄວາມບໍ່ລົງລອຍກັນຢ່າງຜົນປະໂຫຍດໃຫ້ເລິກເຊິ່ງກ່ວາ, ຊຸກຍູ້ການພົວພັນລະຫວ່າງ 2 ປະເທດສືບຕໍ່ພັດທະນາຢ່າງປອດໃສ, ມີສະຖຽນລະພາບ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ 2 ຊາດ ແລະ ປະຊາຊົນ 2 ປະເທດ, ປະກອບສ່ວນຕັ້ງໜ້າຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນຂອງພາກພື້ນ.
 (ແຫຼ່ງຄັດຈາກ VOV)


top