ຂ່າວສານ

ຫວຽດນາມ ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ

ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ຢັ້ງຢືນວ່າ: ອາເມລິກາ ຍາມໃດກໍ່ຖືການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານກັບ ຫວຽດນາມ ເປັນສຳຄັນ.
  ການເຈລະຈາລະຫວ່າງລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ອາເມລິກາ  

ໃນຂອບເຂດການຢ້ຽມຢາມ ຫວຽດນາມ, ວັນທີ 15 ເມສາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ມີການເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken. ທີ່ການເຈລະຈາ, ທ່ານລັດຖະມົນຕີການ ບຸ່ຍແທັງເຊີນ ຢັ້ງຢືນວ່າ: ຫວຽດນາມ ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ, ປາດຖະໜາຢາກສືບຕໍ່ພັດທະນາການພົວພັນຄູ່ຮ່ວມມືຮອບດ້ານກັບ ອາເມລິກາ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນຄົບຖ້ວນ, ລະບອບການເມືອງຂອງກັນ.

ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ຢັ້ງຢືນວ່າ: ອາເມລິກາ ຍາມໃດກໍ່ຖືການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານກັບ ຫວຽດນາມ ເປັນສຳຄັນ; ເຫັນດີເປັນເອກະພາບກັບລັດຖະມົນຕີ ບຸ່ຍແທັງເຊີນ ກ່ຽວກັບເລື່ອງສອງຝ່າຍຄວນສືບຕໍ່ຮ່ວມມື ແລະ ຊຸກຍູ້ການພົວພັນສອງຝ່າຍໃນບັນດາຫຼັກການ ທີ່ການນຳຂັ້ນສູງສອງປະເທດເປັນເອກະພາບນຳກັນ. ຕີລາຄາສູງການພັດທະນາຂະຫຍັນຂັນເຄື່ອນ, ບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ ຢູ່ພາກພື້ນ, ທ່ານລັດຖະມົນຕີ Antony Blinken ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງ ອາເມລິກາ ໃນການເຄົາລົບລະບອບການເມືອງ, ເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ຫວຽດນາມ, ສະໜັບສະໜູນ ຫວຽດນາມ “ເຂັ້ມແຂງ, ເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ວັດທະນາຖາວອນ”. ສອງຝ່າຍກໍ່ແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

 


top