ຂ່າວສານ

ຫວຽດນາມ ຖອດຖອນບົດຮຽນຈາກຮູບແບບສະຫະກອນຂອງຍີ່ປຸ່ນ

      ຮູບແບບສະຫະກອນຂອງ ຍີ່ປຸ່ນ ຄົງຕົວ, ພັດທະນາ ແລະ ເຕີບໃຫຍ່ເຂັ້ມແຂງ ດ້ວຍບັນດາການເຄື່ອນໄວທີ່ມີການບໍລິການຫຼາກຫຼາຍ ແລະ ແກ້ງແຍ້ງຕາມກົນໄກຂອງຕະຫຼາດ ແລະ ຍຸຕິທໍາ.

ຄະນະຜູ້ແທນຫວຽດນາມ ຖ່າຍຮູບຢູ່ສະຫະກອນ JA Zennoh, ແຂວງ Ibaraki ຂອງ ຍີ່ປຸ່ນ(ພາບ: TTXVN)
      ໃນຂອບເຂດການໄປປະຕິບັດງານຢູ່ຍີ່ປຸ່ນໃນລະຫວ່່າງວັນທີ 4 – 10 ພະຈິກ, ທ່ານ ຫງວຽນງອກບ໋າວ ປະທານສະຫະພັນສະຫະກອນຫວຽດນາມ ໄດ້ຕີລາຄາສູງບັນດາຮູບແບບການຮ່ວມມືຂອງ ຍີ່ປຸ່ນ, ພ້ອມທັງສະເໜີໃຫ້ຝ່າຍ ຍີ່ປຸ່່ນ ໜູນຊ່ວຍຫວຽດນາມ ພັດທະນາສະຫະກອນ. ຕາມທ່ານ ຟ້າມງອກບ໋າວແລ້ວ, ກໍ່ຄືກັນກັບ ຍີ່ປຸ່ນ, ຫວຽດນາມ ຈະສືບຕໍ່ພັດທະນາຈໍານວນສະມາຊິກ, ຫັນການບໍລິການເປັນຫຼາຍຮູບຫຼາຍແບບ, ໂຮມສະຫະກອນເຂົ້າກັນເພື່ອໃຫ້ມີຂອບຂະໜາດໃຫຍ່, ເພີ່ມທະວີກໍາລັງຄວາມສາມາດໃນການແກ້ງແຍ້ງ, ທັງພັດທະນາຕະຫຼາດພາຍໃນປະເທດ ແລະ ທັງພັດທະນາຕະຫຼາດພາຍນອກ.
        ໃນຕະຫຼອດໄລຍະ 70 ປີຜ່ານມາ, ຮູບແບບສະຫະກອນຂອງ ຍີ່ປຸ່ນ ຄົງຕົວ, ພັດທະນາ ແລະ ເຕີບໃຫຍ່ເຂັ້ມແຂງ ດ້ວຍບັນດາການເຄື່ອນໄວທີ່ມີການບໍລິການຫຼາກຫຼາຍ ແລະ ແກ້ງແຍ້ງຕາມກົນໄກຂອງຕະຫຼາດ ແລະ ຍຸຕິທໍາ. ຮູບແບບດັ່ງກ່າວ ສ່ວນຫຼາຍແມ່ນເຄື່ອນໄຫວຕາມແບບບໍ່ເພື່ອຜົນປະໂຫຍດ ແລະ ດໍາເນີນທຸລະກິດການບໍລິການຫຼາຍຢ່າງຄື ນັບແຕ່ການຜະລິດ, ການຈໍາໜ່າຍ ຕະຫຼອດຮອດການເຄື່ອນໄຫວດ້ານການເງິນຄື ບໍລິການສິນເຊື່ອ, ປະກັນໄພ ເພື່ອແນໃສ່ໝູນຊ່ວຍບັນດາສະມາຊິກ.
 (ແຫຼ່ງຄັດຈາກ VOV)

top