ຂ່າວສານ

ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວສາກົນປະມານ 6,76 ລ້ານເທື່ອຄົນໃນໄຕມາດທີ 1

3 ເດືອນຕົ້ນປີ 2026, ຍອດຈຳນວນແຂກທ່ອງທ່ຽວມາ ຫວຽດນມາມ ບັນລຸ 6,67 ລ້ານເທື່ອຄົນ, ເພີ່ມຂຶ້ນ 12,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025.
(ພາບ​ປະ​ກ​ອບ: TTXVN)

ໃນສະພາບການທ່ອງທ່ຽທົ່ວໂລກຖືກຜົນກະ​ທົບຈາກການທະກັນດ້ານພູມາດການເມືອງຂະແໜງທ່ອງທ່ຽວ ຫວຽດນາມ ຍັງມີສັນຍານເຕີບໂຕຢ່າງຕັ້ງໜ້າຕາມການສະຖິຕິຂອງກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ແລ້ວໄລ່ສະເພາະເດືອນ ມີນາ 2026, ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 2,1 ລ້ານເທື່ອຄົນ. 3 ເດືອນຕົ້ນປີ 2026, ຍອດຈຳນວນແຂກທ່ອງທ່ຽວມາ ຫວຽດມາມ ບັນລຸ 6,67 ລ້ານເທື່ຄົນເພີ່ມຂຶ້ນ 12,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025.

ໃນໄຕມາດທີ 1 ປີ 2026, ຈີນ (ດ້ວຍແຂກທ່ອງທ່ຽວ 1,4 ລ້ານເທື່ອຄົນແລະ .ເກົາຫຼີ (1,3 ລ້ານເທື່ອຄົນສືບຕໍ່ແມ່ນ 2 ຕະຫຼາດ​ທີ່ມີຈຳນວນແຂກທ່ອງທ່ຽວຫຼາຍທີ່ສຸດກວມເອົປະມານ 40% ຍອດຈຳນວນແຂກທ່ອງທ່ຽວ​​ສາ​ກົນມາ ຫວຽດນາມສິ່ງທີ່ໜ້າສົນໃຈແຫຼ່ງແຂກທ່ອງທ່ຽວ​ທີ່​ມາຈາກບັນດາປະເທດ ເອີລົບ ມີລະດັບເພີ່ມຂຶ້ນລວມ​ແມ່ນ 55,6%. ພິເສດຕະຫຼາດ ລັດເຊຍ ໄດ້ເພີ່ມຂຶ້ນເຖິງ 163,4%, ສະແດງໃຫ້ເຫັນຄວາມເອົາໃຈ​ໃສ່​ຕໍ່​ຫວຽດ​ນາມ ຂອງແຂກທ່ອງທ່ຽວ ລັດເຊຍ​ນັບ​ມື້​ນັບຫຼາຍ.

ຜົນ​ສັງລວມຂອງຂະແໜງທ່ອງທ່ຽວໃນເດືອນ ມີນາ 2026 ແລະ ທັງໄຕມາດທີ 1 ປີ 2026 ສະແດງໃຫ້ເຫັນວ່າ ຂະແໜງທ່ອງທ່ຽວ ຫວຽດນາມ ບໍ່ຽງແຕ່ເຕີບໂຕກ່ຽວກັບ​​​ຈຳນວແຂກທ່ອງທ່ຽວເທ່ົານັ້ນຫາກ​​ຍັງໄດ້ຮັບ​ການເປີດກວ້າງ ແລະ ຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ​ຢ່າງ​ຕໍ່​ເນື່ອງອີກດ້ວຍ.


top