ຂ່າວສານ

ຫວຽດນາມ ຕິດຕາມ ກ່ຳປັ່ນ ຫາຍຢາງ ທໍລະນີສາດ 4 ຂອງ ຈີນ ຢູ່ທະເລຕາເວັນອອກ

ບັນດາອົງການທີ່ມີໜ້າທີ່ຂອງ ຫວຽດນາມ ຍາມໃດກໍ່ຕິດຕາມບັນດາການຜັນແປຢູ່ທະເລຕາເວັນອອກ ຢ່າງໃກ້ຊິດ
  ທ່ານນາງຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຟ້າມທູຮັ່ງ (ພາບ: baoquocte.vn)  

ໃນຊຸມມື້ມໍ່ໆມານີ້, ຊາວປະມົງ ຫວຽດນາມ ໄດ້ແຈ້ງຂໍ້ມູນຂ່າວຕໍ່ບັນດາອົງການສື່ມວນຊົນກ່ຽວກັບເລື່ອງກ່ຳປັ່ນ ຫາຍຢາງ ທໍລະນີສາດ 4 ຂອງ ຈີນ ພວມເຄື່ອນໄຫວຢູ່ໃນເຂດເສດຖະກິດພິເສດຂອງ ຫວຽດນາມ.

ຕອບສຳພາດຕໍ່ສື່ມວນຊົນກ່ຽວກັບບັນຫາດັ່ງກ່າວ, ທ່ານນາງຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຟ້າມທູຮັ່ງ ໃຫ້ຮູ້ວ່າ: “ບັນດາອົງການທີ່ມີໜ້າທີ່ຂອງ ຫວຽດນາມ ຍາມໃດກໍ່ຕິດຕາມບັນດາການຜັນແປຢູ່ທະເລຕາເວັນອອກ ຢ່າງໃກ້ຊິດ, ເດັດດຽວ, ຢືດໝັ້ນປະຕິບັດບັນດາມາດຕະການຄຸ້ມຄອງ ແລະ ປະຕິບັດກົດໝາຍຢູ່ທະເລໃຫ້ສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS) ແລະ ກົດໝາຍ ຫວຽດນາມ ເພື່ອປົກປ້ອງບັນດາສິດຖືກຕ້ອງຕາມກົດໝາຍຂອງຕົນ”.


top