ຂ່າວສານ

ຫວຽດນາມ ຕັ້ງໜ້າແກ້ໄຂ “ບັດເຫຼືອງ” ຂອງ EC ສຳລັບການຂຸດຄົ້ນສິນໃນນ້ຳ

ກ່ອນໜ້ານັ້ນ, ວັນທີ 23 ຕຸລາ 2017, EC ໄດ້ປະກາດຈັດວາງມາດຕະການກ່າວເຕືອນດ້ວຍບັດເຫຼືອງ ສຳລັບບັນດາຜະລິດຕະພັນສິນໃນນ້ຳສົ່ງອອກຂອງ ຫວຽດນາມ ເຂົ້າຕະຫຼາດ EU

ພາບປະກອບ

ກ່ຽວຂ້ອງເຖິງເລື່ອງ ແກ້ໄຂ “ບັດເຫຼືອງ” ຂອງຄະນະກຳມະການ ເອີລົບ (EC) ສຳລັບການຂຸດຄົ້ນສິນໃນນ້ຳ ຂອງ ຫວຽດນາມ, ທີ່ການປະຊຸມຂ່າວປະຈຳໄລຍະໂດຍກະຊວງກະສິກຳ ແລະ ພັດທະນາຊົນນະບົດຈັດຕັ້ງໃນວັນທີ 2 ມີນາ, ທ່ານ ຫງວຽນທິເຟືອງຢູງ, ຫົວໜ້າກົມວິທະຍາສາດ ເຕັກໂນໂລຊີ ແລະ ການຮ່ວມມືສາກົນ, ກົມໃຫຍ່ສິນໃນນ້ຳ ປະກາດ, ໃນໄລຍະຜ່ານມາ, ທົ່ວລະບົບການເມືອງຂອງ ຫວຽດນາມ ( ຈາກສູນກາງລົງຮອດທ້ອງຖິ່ນ, ວົງຄະນະຍາດຊາວປະມົງ) ໄດ້ມີການກະທຳຢ່າງເດັດຂາດ ເພື່ອແນໃສ່ສະກັດກັ້ນ, ຫຼີກລ້ຽງ, ຕ້ານການກະທຳຂຸດຄົ້ນປາຜິດກົດໝາຍ, ບໍ່ລາຍງານ, ບໍ່ຕາມຂໍ້ກຳນົດ (IUU).

        ກ່ອນໜ້ານັ້ນ, ວັນທີ 23 ຕຸລາ 2017, EC ໄດ້ປະກາດຈັດວາງມາດຕະການກ່າວເຕືອນດ້ວຍບັດເຫຼືອງ ສຳລັບບັນດາຜະລິດຕະພັນສິນໃນນ້ຳສົ່ງອອກຂອງ ຫວຽດນາມ ເຂົ້າຕະຫຼາດ EU. ພ້ອມກັນນັ້ນ, EC ໄດ້ຍົກອອກ 9 ຂໍ້ສະເໜີແນະທີ່ ຫວຽດນາມ ຕ້ອງປະຕິບັດໃນເວລາ 6 ເດືອນ (ແຕ່ 23 ຕຸລາ 2017 – 23 ເມສາ 2018).

(ແຫຼ່ງຄັດຈາກ VOV)



top