ຂ່າວສານ

ຫວຽດນາມ ຕັ້ງໜ້າກະກຽມການປ້ອງກັນ, ຕ້ານພະຍາດໝາກສຸກລີງ

ຫວຽດນາມ ໄດ້ຕັ້ງໜ້າຈັດບັ້ນໂຄສະນາທາງສື່ມວນຊົນ, ຍົກສູງຄວາມຮູ້ໃຫ້ແກ່ປະຊາຊົນກ່ຽວກັບພະຍາດໝາກສຸກລີງ ແລະ ມາດຕະການປ້ອງກັນ, ຕ້ານພະຍາດ.
  ໄວຣັດກໍ່ໃຫ້ເກີດພະຍາດໝາກສຸກລີງ (ພາບ: VGC/ Reuters)  

ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ ເຊິ່ງຈັດຂຶ້ນໃນຕອນບ່າຍວັນທີ 23 ມິຖຸນາ, ຢູ່ ຮ່າໂນ້ຍ, ຕໍ່ໜ້າຄວາມວິຕົກກັງວົນທີ່ວ່າ ພະຍາດໝາກສຸກລີງຢູ່ພາກພື້ນ ຈະແຜ່ລະບາດມາຮອດ ຫວຽດນາມ, ທ່ານນາງໂຄສົກກະຊວງການຕ່າງປະເທດ  ຫວຽດນາມ ເລທິທູຮັ່ງ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ຕັ້ງໜ້າຈັດບັ້ນໂຄສະນາທາງສື່ມວນຊົນ, ຍົກສູງຄວາມຮູ້ໃຫ້ແກ່ປະຊາຊົນກ່ຽວກັບພະຍາດໝາກສຸກລີງ ແລະ ມາດຕະການປ້ອງກັນ, ຕ້ານພະຍາດ. ກະຊວງສາທາລະນະສຸກ ຫວຽດນາມ ໄດ້ສົ່ງເອກະສານໃຫ້ອົງການທີ່ມີໜ້າທີ່ ແລະ ທ້ອງຖິ່ນຕ່າງໆຢູ່ພາຍໃນປະເທດ ສະເໜີໃຫ້ເພີ່ມທະວີການຕິດຕາມ ກວດກາ, ສະກັດກັ້ນ ແລະ ກວດພົບກໍລະນີຕິດພະຍາດຢູ່ຕາມດ່ານຊາຍແດນ ແລະ ອົງການການແພດໂດຍໄວ, ໂດຍສະເພາະແມ່ນກໍລະນີກັບມາຈາກບັນດາປະເທດເກີດພະຍາດໝາກສຸກລີງ. ພ້ອມກັນນັ້ນ, ຫວຽດນາມ ກໍ່ຕັ້ງໜ້າຜັນຂະຫຍາຍບັນດາບັ້ນໂຄສະນາທາງສື່ມວນຊົນ, ຍົກສູງຄວາມຮັບຮູ້ໃຫ້ແກ່ປະຊາຊົນກ່ຽວກັບພະຍາດດັ່ງກ່າວ, ກໍຄືມາດຕະການປ້ອງກັນ, ຕ້ານພະຍາດ. ຕາມກະຊວງສາທາລະນະສຸກແລ້ວ, ປະຈຸບັນ ຫວຽດນາມ ຍັງບໍ່ມີຜູ້ຕິດພະຍາດໝາກສຸກລີງເທື່ອ.

ປະຈຸບັນ, ບັນດາອົງການທີ່ມີໜ້າທີ່ຂອງ ຫວຽດນາມ ໄດ້ສົມທົບກັບອົງການອະນາໄມໂລກ (WTO) ຕິດຕາມສະພາບການຂອງໂລກລະບາດໃນໂລກຢ່າງໃກ້ຊິດ ເພື່ອສາມາດຜັນຂະຫຍາຍມາດຕະການປ້ອງກັນ, ຕ້ານພະຍາດໃຫ້ເໝາະສົມ.


top