ດ້ວຍຄວາມຕັດສິນໃຈທາງການເມືອງສູງ, ຄວາມເຫັນດີເຫັນພ້ອມ ຂອງ ທັງລະບົບ ແລະ ຄວາມພະຍາຍາມ ຂອງ ຊຸມຊົນທຸລະກິດ, ຊາວປະມົງ, ຫວຽດນາມ ພວມດຳເນີນການຢ່າງເຂັ້ມ ແຂງ ເພື່ອແກ້ໄຂບັນຫາ “ບັດເຫຼືອງ” ຂອງ ຄະນະກຳມະການ ເອີຣົບ (EC), ຢືນຢັນຖານະເປັນປະເທດ ທີ່ມີຄວາມຮັບຜິດ ຊອບ ໃນການຂຸດຄົ້ນ ແລະ ຜະລິດສິນໃນນໍ້າ.
ດ້ວຍຄວາມຕັດສິນໃຈທາງການເມືອງສູງ, ຄວາມເຫັນດີເຫັນພ້ອມ ຂອງ ທັງລະບົບ ແລະ ຄວາມພະຍາຍາມ ຂອງ ຊຸມຊົນທຸລະກິດ, ຊາວປະມົງ, ຫວຽດນາມ ພວມດຳເນີນການຢ່າງເຂັ້ມ ແຂງ ເພື່ອແກ້ໄຂບັນຫາ “ບັດເຫຼືອງ” ຂອງ ຄະນະກຳມະການ ເອີຣົບ (EC), ຢືນຢັນຖານະເປັນປະເທດ ທີ່ມີຄວາມຮັບຜິດ ຊອບ ໃນການຂຸດຄົ້ນ ແລະ ຜະລິດສິນໃນນໍ້າ.
ໃນເດືອນຕຸລາ ປີ 2017, ການທ່ີ EC ກ່າວເຕືອນ “ບັດເຫຼືອງ” ແມ່ນຄຳເຕືອນທີ່ເຂັ້ມງວດ ກ່ຽວກັບຄວາມຕ້ອງການປັບປຸງລະ ບົບຄຸ້ມຄອງການປະມົງ, ສະກັດກັ້ນສະພາບການຂຸດຄົ້ນສິນໃນ ນໍ້າທີ່ຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ຖືກຕາມລະບຽບການ (IUU). ຖ້າບໍ່ສາມາດແກ້ໄຂໄດ້, ຫວຽດນາມ ອາດຈະປະເຊີນກັບຄວາມສ່ຽງທີ່ຈະຖືກຫ້າມສົ່ງອອກສິນໃນນໍ້າໄປຍັງ EU, ເຊິ່ງເປັນໜຶ່ງໃນຕະຫຼາດ ທີ່ສໍາຄັນທີ່ສຸດ.
ກ່ອນປີ 2017, ຕະຫຼາດ EU ກວມເອົາ 30-35% ຂອງມູນຄ່າການສົ່ງອອກສິນໃນນໍ້າ ຂອງ ຫວຽດນາມ. ຢ່າງໃດກໍຕາມ, ຫຼັງຈາກໄດ້ຮັບບັດເຫຼືອງ, ຕົວເລກນີ້ໄດ້ຫຼຸດລົງຢ່າງຫຼວງຫຼາຍ, ເຫຼືອພຽງປະມານ 9-10% ໃນປີ 2024, ສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງໃຫ້ແກ່ຂະແໜງການ ແລະ ບັນດາບໍລິສັດສົ່ງອອກ.
ຮັບຮູ້ຢ່າງຈະແຈ້ງເຖິງຄວາມກົດດັນ ແລະ ຄວາມໝາຍຂອງຄຳ ເຕືອນນີ້, ລັດຖະບານ ຫວຽດນາມ ໄດ້ສະແດງຄວາມຕັດສິນໃຈທາງການເມືອງທີ່ເຂັ້ມແຂງ ໃນການຕ້ານການຂຸດຄົ້ນ IUU. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ເນັ້ນໜັກຫຼາຍຄັ້ງ ໃນກອງປະຊຸມ ຂອງ ຄະນະຊີ້ນຳແຫ່ງຊາດ ກ່ຽວກັບການຕ້ານການຂຸດຄົ້ນ IUU ວ່າ: “ເປົ້າໝາຍບໍ່ປ່ຽນແປງ ໃນການສູ້ຊົນ ຕໍ່ການຂຸດຄົ້ນ IUU, ຍົກເລີກບັດເຫຼືອງ IUU. ນີ້ແມ່ນວຽກທີ່ຕ້ອງເຮັດ, ບໍ່ສາມາດແກ່ຍາວ, ຕ້ອງເຮັດໃຫ້ໄດ້ ເພື່ອກຽດສັກສີ ຂອງ ປະ ເທດ, ຊື່ສຽງ ຂອງ ພັກ ແລະ ລັດ”.
ບົນພື້ນຖານນັ້ນ, ຫວຽດນາມ ໄດ້ທົບທວນ, ປັບປຸງ ແລະ ເຮັດໃຫ້ສົມບູນແບບ ຂອບເຂດກົດໝາຍ ທີ່ກ່ຽວຂ້ອງກັບການຄຸ້ມຄອງການປະມົງ, ຮັບປະກັນການປະຕິບັດ ຕາມມາດຕະຖານສາກົນ. ກົດໝາຍວ່າດ້ວຍສິນໃນນໍ້າ ປີ 2017 ທີ່ມີຫຼາຍຈຸດໃໝ່, ໄດ້ສ້າງພື້ນຖານກົດໝາຍ ທີ່ໝັ້ນຄົງ ໃຫ້ແກ່ວຽກງານຄຸ້ມຄອງ, ຕິດຕາມກວດກາ ແລະ ດໍາເນີນຄະດີຕໍ່ການລະເມີດ.
ດ່ານກວດກາຊາຍແດນ ວ່າມລ໋າງ ໂຄສະນາເຜີຍແຜ່ ກ່ຽວກັບການປ້ອງກັນ ແລະ ຕ້ານການຂຸດຄົ້ນ IUU ແລະ ມອບທຸງຊາດໃຫ້ກັບ ກັບຕັນເຮືອ ແລະ ຊາວປະມົງ. ພາບ: ກົງຈີີ໋/VNA
ທ່ານ ຮສຈ. ປອ ຫງວຽນຈູໂຮ່ຍ, ຮອງປະທານຄະນະປະຈໍາສະ ມາຄົມ ສິນໃນນໍ້າ ຫວຽດນາມ ໄດ້ໃຫ້ຂໍ້ສັງເກດວ່າ: “ການປ່ຽນ ແປງ ລະບຽບການກ່ຽວກັບ IUU ເປັນກົດໝາຍ ແມ່ນບາດກ້າວທີ່ທັນການ, ສ້າງມາດຕະການລົງໂທດ ທີ່ເຂັ້ມງວດ ພໍສົມຄວນ ເພື່ອຢັບຢັ້ງ ພຶດຕິກໍາການລະເມີດ”.
ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ ຮອດທ້າຍເດືອນຕຸລາ ປີ 2025, ຫວຽດນາມ ມີເຮືອປະມົງ 79.800/79.941 ລຳ (ບັນລຸ 99,8%) ໄດ້ລົງທະບຽນ, ອັບເດັດຂໍ້ມູນ ຢູ່ໃນພື້ນຖານຂໍ້ມູນການປະມົງແຫ່ງຊາດ (VNFishbase). ອັດຕາສ່ວນເຮືອປະ ມົງ ທີ່ມີຄວາມຍາວ 15 ມ ຂຶ້ນໄປ ໄດ້ຕິດຕັ້ງອຸປະກອນ ຕິດຕາມການເດີນທາງ (VMS) ບັນລຸ ຫຼາຍກວ່າ 99%.
ລະບົບ VMS ຊ່ວຍຕິດຕາມທີ່ຕັ້ງ, ເສັ້ນທາງການເດີນທາງ ຂອງເຮືອປະມົງ ຕາມເວລາຈິງ, ກວດພົບພຶດຕິກຳການລະເມີດໄດ້ທັນການ. ຄຽງຄູ່ກັນນັ້ນ, VNFishbase ຍັງສືບຕໍ່ຖືກປັບປຸງໃຫ້ສົມບູນ, ລວມເອົາຂໍ້ມູນ ກ່ຽວກັບການລົງທະບຽນ, ໃບອະນຸຍາດຂຸດຄົ້ນ, ປື້ມບັນທຶກປະຈຳວັນ ແລະ ໃບຢັ້ງຢືນຜົນຜະລິດ; ພ້ອມທັງເຊື່ອມຕໍ່ຂໍ້ມູນ ລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ.
ນັບແຕ່ປີ 2017 ມາຮອດປັດຈຸບັນ, ຫວຽດນາມ ໄດ້ຈັດຕັ້ງປະຕິ ບັດລະບົບປື້ມບັນທຶກການຂຸດຄົ້ນ, ຊື້, ຂົນສົ່ງທາງອີເລັກໂຕຼນິກ (e-logbook) ແລະ ລະບົບຫາແຫຼ່ງທີ່ມາ ສິນໃນນໍ້າທາງ ອີເລັກ ໂຕຼນິກ (eCDT) ຢ່າງຄົບຊຸດ ຢູ່ທຸກທ່າເຮືອປະມົງ.
ທ່ານ ຫວູຢວຽນຫາຍ, ຮອງຫົວໜ້າກົມສິນໃນນໍ້າ ແລະ ການກວດກາ ການປະມົງ ໄດ້ກ່າວວ່າ: “ພວກຂ້າພະເຈົ້າ ກໍາລັງພະ ຍາຍາມ ເພື່ອໃຫ້ເຮືອປະມົງທຸກລໍາ ທີ່ມີຄວາມຍາວແຕ່ 15 ມ ຂຶ້ນໄປ ເວລາອອກ ແລະ ເຂົ້າທ່າເຮືອ ຕ້ອງລາຍງານຜ່ານລະ ບົບ eCDT”.
ພ້ອມດຽວກັນ, ມາດຕະການລົງໂທດ ທີ່ເຂັ້ມງວດກໍ ໄດ້ຖືກ ໝູນໃຊ້ ຕໍ່ພຶດຕິກຳ ການລະເມີດ IUU. ຕາມບົດລາຍງານ ຂອງກະ ຊວງຕໍາຫຼວດ, ຮອດວັນທີ 27 ເດືອນຕຸລາ ປີ 2025, ໄດ້ດໍາເນີນຄະດີ 84 ກໍລະນີ ກັບຈໍາເລີຍ 130 ຄົນ ທີ່ກ່ຽວຂ້ອງ ກັບພຶດຕິກຳ ການຂຸດຄົ້ນ ທີ່ຜິດກົດໝາຍ. ຍ້ອນແນວນັ້ນ, ສະຕິ ຂອງ ຊາວປະມົງ ຈຶ່ງໄດ້ມີການປ່ຽນແປງໃນທາງບວກ.
ຊາວປະມົງ ຟ້າມຫງອກເຕີມ, ເຈົ້າຂອງເຮືອ TH 91434-TS, ຕາແສງ ເຊີ່ມເຊີນ (ແຂວງ ແທງຮ໋ວາ) ກ່າວວ່າ: “ແຕ່ກ່ອນອອກທະເລເສລີ ກວ່າ, ຂໍ້ຜູກມັດໜ້ອຍ. ດຽວນີ້ລະບຽບການຕ້ານ IUU ເຂັ້ມງວດກວ່າ ແຕ່ກໍຊ່ວຍໃຫ້ພວກເຮົາຄຸ້ມຄອງຜົນຜະລິດ, ຮູ້ເຂດການຫາປາ ຢ່າງຈະແຈ້ງ. ສິ່ງທີ່ສໍາຄັນທີ່ສຸດແມ່ນຍ້ອນການປະຕິບັດຕາມລະບຽບການ, ຜະລິດຕະພັນຂອງພວກຂ້າພະ ເຈົ້າ ຈຶ່ງສາມາດສົ່ງອອກໄດ້, ເຮືອຈຶ່ງສາມາດອອກທະເລໄດ້ຢ່າງຍືນຍົງ. ຂ້າພະເຈົ້າ ແລະ ພີ່ນ້ອງຊາວບ້ານ ລ້ວນແຕ່ພະຍາຍາມປະຕິບັດໃຫ້ຖືກຕ້ອງ, ເພື່ອອະນາຄົດຂອງອາຊີບຫາປາ”.
ຄວາມພະຍາຍາມເຫຼົ່ານັ້ນ ກໍາລັງສະແດງໃຫ້ເຫັນຜົນໄດ້ຮັບທີ່ຕັ້ງໜ້າ. ຕາມບົດລາຍງານຫຼ້າສຸດ, ແຕ່ວັນທີ 28 ຕຸລາ ຫາ 4 ພະ ຈິກ 2025, ບໍ່ມີກໍລະນີເຮືອປະມົງ ຫວຽດນາມ ລະເມີດເຂດທະ ເລ ຂອງ ຕ່າງປະເທດ ຖືກລົງໂທດ.
ການຍົກເລີກ “ບັດເຫຼືອງ" ຂອງ EC ບໍ່ພຽງແຕ່ນໍາມາຜົນປະ ໂຫຍດ ທາງດ້ານເສດຖະກິດ ໃນໄລຍະສັ້ນເທົ່ານັ້ນ, ແຕ່ຍັງສະ ແດງໃຫ້ເຫັນເຖິງການເຕີບໃຫຍ່ ຂອງ ຂະແໜງສິນໃນນໍ້າ ຫວຽດ ນາມ ເຊິ່ງເປັນຂະແໜງການ ທີ່ກໍາລັງປ່ຽນແປງຢ່າງແຂງແຮງ ໄປໃນທິດທາງທີ່ໂປ່ງໃສ, ຍືນຍົງ ແລະ ມີຄວາມຮັບຜິດຊອບ.
ການເດີນທາງນີ້ ຍັງກຳລັງສືບຕໍ່, ແຕ່ດ້ວຍຜົນສໍາເລັດທີ່ບັນລຸໄດ້, ຫວຽດນາມ ກໍາລັງກ້າວໄປຢ່າງໝັ້ນຄົງ ເພື່ອຢືນຢັນຊື່ສຽງໃນຕະ ຫຼາດໂລກ, ໃນຖານະເປັນປະເທດແຄມທະເລ ທີ່ຂະຫຍັນຂັນແຂງ, ເຄົາລົບກົດໝາຍສາກົນ ແລະ ຢຶດໝັ້ນໃນເສັ້ນທາງການພັດທະນາສີຂຽວ, ຍືນຍົງ.
ບົດ: ທົງທ້ຽນ - ພາບ: VNP, VNA - ແປໂດຍ: ບິກລຽນ-