ຂ່າວສານ

ຫວຽດນາມ ຕັດສິນໃຈຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມສາກົນປົກປັກຮັກສາມະຫາສະໝຸດສີຂຽວ

ກ່າວຄຳເຫັນທີ່ລາຍການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຊີ້ແຈ້ງວ່າ ປະຈຸບັນ, ທະເລ ແລະ ມະຫາສະໝຸດ ພວມຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່.

ກ່າວຄຳເຫັນທີ່ລາຍການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຊີ້ແຈ້ງວ່າ ປະຈຸບັນ, ທະເລ ແລະ ມະຫາສະໝຸດ ພວມຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່.

    

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ(ພາບ:Dương Giang/TXVN)

ຕອນຄ່ຳວັນທີ 28 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມລາຍການຖ່າຍທອດສົດ “ຄາດຫວັງມະຫາສະໝຸດສີຂຽວ”. ລາຍການໂດຍຄະນະໂຄສະນາສຶກສາສູນກາງພັກເປັນເຈົ້າພາບ, ສົມທົບກັບກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ຈັດຕັ້ງໂດຍເຊື່ອມຕໍ່ກັບ 2 ແຫ່ງແມ່ນ: ສູນກະຈາຍສຽງ - ໂທລະພາບກອງທັບ (ຮ່າໂນ້ຍ) ແລະ ທ່າກ່ຳປັ່ນສາກົນ ກາມແຣງ (ແຂວງ ແຄງຮ່ວາ) ເນື່ອງໃນໂອກາດວັນມະຫາສະໝຸດໂລກ (ທີ 8 ມິຖຸນາ) ແລະ ສັບປະດາທະເລ ແລະ ມະຫາສະໝຸດ ຫວຽດນາມ.

        ກ່າວຄຳເຫັນທີ່ລາຍການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຊີ້ແຈ້ງວ່າ ປະຈຸບັນ, ທະເລ ແລະ ມະຫາສະໝຸດ ພວມຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່. ນີ້ແມ່ນບັນຫາທົ່ວໂລກ, ຮຽກຮ້ອງໃຫ້ບັນດາປະເທດ, ທຸກໆວົງຄະນະຍາດ ແລະ ປະຊາຊົນທຸກຄົນຕ້ອງມີສະຕິ ແລະ ການກະທຳທີ່ຖືກຕ້ອງເພື່ອມະຫາສະໝຸດສີຂຽວ, ສັນຕິພາບ ແລະ ພັດທະນາແບບຍືນຍົງ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວວ່າ:

        “ຫວຽດນາມ ໃຫ້ຄຳໝັ້ນສັນຍາປະຕິບັດບັນດາໜ້າທີ່ສາກົນໃຫ້ເຂັ້ມງວດ; ຫລຸດຜ່ອນການປ່ອຍອາຍພິດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ; ແກ້ໄຂບັນດາການຂັດແຍ້ງກ່ຽວກັບທະເລ ແລະ ມະຫາສະໝຸດ, ຕາມກົດໝາຍ ແລະ ສົນທິສັນຍາສາກົນ. ຢຶດໝັ້ນ, ເດັດດຽວປົກປັກຮັກສາບັນດາສິດ, ຜົນປະໂຫຍດທີ່ເປັນທຳ, ຖືກຕ້ອງຕາມກົດໝາຍຂອງ ຫວຽດນາມ; ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ; ພ້ອມທັງເຄົາລົບສິດ, ຜົນປະໂຫຍດທີ່ເປັນທຳ, ຖືກຕ້ອງຕາມກົດໝາຍຂອງປະເທດອື່ນໆ.”

(ແຫຼ່ງຄັດຈາກ VOV)


top